Tuesday, May 13, 2014

ບົດສະເໜີ



ບົດທີ 1
ບົດສະເໜີ

1. ທີ່ຕັ້ງຂອງບົດວິໄຈ ບໍລິສັດສະບູຝຸ່ນລາວ.
    ບໍລິສັດສະບູຝຸ່ນລາວ ຕັ້ງຢູ່ ບ້ານ ພູຄຳ ເມືອງ ໄຊທານີ, ນະຄອນຫລວງວຽງຈັນ.
    1.1. ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ.
           ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນປະເທດໜຶ່ງທີ່ຕັ້ງຢູ່ເຂດອາຊີອາຄະເນມີເນື້ອທີ່ 236,800 ກມ2 ແລະ ມີມູນເຊື້ອການພົວພັນອັນດີງາມກັບປະເທດ ໃນຂົງເຂດ,ໂຮງງານສະບູຝຸ່ນບໍລິສຸດ ເປັນໂຄງງານລົງທຶນໂດຍ ທ່ານ ສົມສຸກ ຈະເລີນໄຊ ນັກທຸລະກິດພາຍໃນປະເທດດ້ວຍທຶນຕົນເອງ 100 ເປັນໂຄງານທີ່ເຮັດ ສັນຍາເຊົ່າດິນຢູ່ເຂດ ບ້ານ ພູຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ, ມີເນື້ອທີ່ທັງໝົດ 12,600 ຕາແມັດ, ເປັນບົດວິໄຈທີ່ທຳການ ຜະລິດເຄື່ອງຮັບໃຊ້ຊີວິດປະຈຳວັນຂອງປະຊາຊົນລາວ ເພາະວ່າໃນໄລຍະຜ່ານມາ ປະເທດລາວ ເຮົາຍັງໄດ້ນຳເຂົ້າສິນຄ້າປະເພດນີ້ຈາກຕ່າງປະເທດ ເປັນຕົ້ນແມ່ນປະເທດໄທ ສະນັ້ນ, ເຈົ້າຂອງ ບົດວິໄຈ ຈຶ່ງໄດ້ມີແນວຄວາມຄິດ ເພື່ອໃຫ້ປະຊາຊົນລາວໄດ້ຊົມໃຊ້ຜະລິຕະພັນທີ່ຜະລິດ ຢູ່ພາຍໃນປະເທດ ຈຶ່ງໄດ້ສ້າງຕັ້ງໂຮງງານຜະລິດສະບູຝຸ່ນຂຶ້ນໃນປີ 2006. ສປປ ລາວ ເປັນປະເທດທີ່ມີຄວາມສະຫງົບທາງດ້ານການເມືອງ, ຜ່ານມາ ສປປ ລາວ ໄດ້ອອກແຮງປົກປັກຮັກສາຄວາມສະຫງົບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງ ສັງຄົມໄວ້ໄດ້ຢ່າງໝັ້ນຄົງ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ການກໍ່ສ້າງ - ພັດທະນາປະເທດຊາດ ແລະ ກໍ່ຍາດໄດ້ຜົນສຳເລັດອັນຕັ້ງໜ້າ ເພື່ອຮັບປະກັນການເຕີບໂຕຂອງເສດຖະກິດ ຕ້ອງຊຸກຍູ້ ການຜະລິດໃຫ້ແຂງແຮງທີ່ສຸດ, ແຕ່ເນື່ອງຈາກທຶນຮອນຍັງມີອັນຈຳກັດຢູ່, ດັ່ງນັ້ນ, ການຊຸກຍູ້ ການຜະລິດ ຕ້ອງມີຈຸດສຸມຢ່າງລະອຽດ, ການຊຸກຍູ້ ຕ້ອງໃຊ້ກຳລັງແຮງານຂອງຊາດຢ່າງມີປະ ສິດທິຜົນ, ການຊຸກຍູ້ການຜະລິດຕ້ອງໄດ້ເອົາໃຈໃສ່ຕໍ່ປັດໃຈການຜະລິດເຊັ່ນ: ທຶນຮອນກຳລັງ ແຮງງານ, ປັດໃຈດິບ ແລະ ປັດໃຈເຕັກໂນໂລຊີ ພ້ອມນີ້ບົດບາດອຳນາດການປົກຄອງ ກໍ່ເປັນອັນ ສຳຄັນຄືດັ່ງນີ້ : ຕ້ອງອຳນວຍຄວາມສະດວກໃນການນຳເຂົ້າແຫຼ່ງທຶນ ດ້ວຍການສ້າງ ແລະ ປັບປຸງລະບຽບກົດໝາຍຕ່າງໆ ທີ່ມີຢູ່ໃນປັດຈຸບັນ, ສ້າງຄວາມເຂັ້ມແຂງ ແລະ ພັດທະນາສະຖາບັນ ການເງິນ ຢູ່ ສປປ ລາວ ເພື່ອກະຕຸ້ນການພັດທະນາເສດຖະກິດ, ສ້າງຄວາມເຊື່ອຖືຕໍ່ລູກຄ້າທັງ ພາຍໃນ ແລະ ຕ່າງປະເທດ; ຕັ້ງໜ້າຄົ້ນຄວ້າກ່ຽວກັບຕະຫຼາດທຶນ ເພື່ອກະກຽມເງື່ອນໄຂກ້າວ ໄປສູ່ການພັດທະນາຕະຫຼາດເງິນ ຕະຫຼາດທຶນໃນຕໍ່ໜ້າ, ຊຸກຍູ້ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ແກ່ການບໍລິການທາງດ້ານການເງິນ ຂອງພາກເອກະຊົນໃຫ້ຫຼາຍຂຶ້ນ, ຊຸກຍູ້ທະນາຄານນະໂຍບາຍຢູ່ແຕ່ລະຂັ້ນ ໃຫ້ສາມາດເຄື່ອນໄຫວ ປ່ອຍເງິນກູ້ໃຫ້ກຸ່ມເປົ້າໝາຍ ເພື່ອສ້າງທ່າແຮງໃໝ່ໃຫ້ ປະຊາຊົນຜູ້ທຸກຍາກໄດ້ເຂົ້າເຖິງແຫຼ່ງທຶນ ເພື່ອນຳໃຊ້ເຂົ້າໃນການຜະລິດແນ່ໃສ່ພັດທະນາຕົນເອງ ກໍ່ຄືພັດທະນາຊຸມຊົນ ເອົາໃຈໃສ່ສ້າງສີມືແຮງງານໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບເທື່ອລະ ກ້າວ ບັນຫາທີ່ສຳຄັນຕົ້ນຕໍ ແລະ ຮີບດ່ວນແມ່ນຮຽກຮ້ອງທາງດ້ານວິຊາການຜູ້ຊ່ຽວຊານ, ນັກວິທະຍາສາດ, ກຳມະກອນເຕັກນິກ ເພື່ອສະໜອງໃຫ້ຫົວໜ່ວຍການຜະລິດຂອງນັກລົງທຶນຕ່າງປະ ເທດ ກໍ່ຄືຄວາມຕ້ອງການ ຂອງຫົວໜ່ວຍການຜະລິດ ຂອງນັກລົງທຶນພາຍໃນໃຫ້ພຽງພໍ ດັ່ງນັ້ນ, ການສ້າງໃຫ້ກຳມະກອນມີສີມືໃນລະດັບອັນແນ່ນອນ ຕ້ອງໄດ້ຮັບການດຳເນີນຢ່າງຮີບດ່ວນ ແລະ ຄົບຊຸດດ້ວຍຫຼາຍຮູບການເຊັ່ນ: ຝຶກອົບຮົມໄລຍະສັ້ນ,ໄລຍະຍາວຕາມສະຖາບັນວິຊາສະ ເພາະຕ່າງໆ ເພື່ອສ້າງຄວາມສາມາດທາງດ້ານສີມືແຮງງານຢ່າງຈະແຈ້ງ ດັ່ງທີ່ໄດ້ຄາດໝາຍໃນ ນະໂຍບາຍສົ່ງເສີມການລົງທຶນ ຂອງຕ່າງປະເທດໂດຍວາງແຜນກຳນົດວິຊາຊີບທີ່ຈະຝຶກອົບຮົມ ໃຫ້ແກ່ບັນດານັກຮຽນສາມັນທີ່ຮຽນຈົບມັດທະຍົມຕົ້ນ ແລະ ປາຍຢ່າງແທດເໝາະ ກັບສະພາວະ ແລະ ຄວາມຕ້ອງການຂອງການຂະຫຍາຍຕົວເສດຖະກິດ ແລະ ສັງຄົມໃນປັດຈຸບັນ, ຮັບປະ ກັນສ້າງໂຄງປະກອບແຮງງານ ຢ່າງສົມສ່ວນຕາມ ໂຄງປະກອບເສດຖະກິດແຫ່ງຊາດບົນພື້ນຖານ ໂຄງປະກອບຂອງພົນລະເມືອງລາວແຍກຕາມໝວດອາຍຸ, ສືບຕໍ່ການຈັດຕັ້ງສຳຫຼວດ ເພື່ອການຈັດສັນທີ່ດິນ, ການຈັດແບ່ງເຂດ, ປະເພດ ແລະ ສ້າງແຜນນຳໃຊ້ທີ່ດິນເພື່ອອະນຸລັກທີ່ດິນໃຫ້ມີໄມ້ປົກຫຸ້ມ, ຮັກສາແຫຼ່ງນ້ຳ ແລະ ຊີວະນາໆ ພັນ ແລະ ກຳນົດເນື້ອທີ່ດິນ ທີ່ຈະນຳໃຊ້ຕາມເປົ້າໝາຍທີ່ແທ້ຈິງ, ເປັນຕົ້ນແມ່ນ ການນຳໃຊ້ທີ່ດິນກະສິກຳ, ທີ່ດິນບໍລິການ, ທີ່ດິນທ່ອງທ່ຽວ, ທີ່ດິນຄົມມະນາຄົມ ແລະ ທີ່ດິນອຸດສາຫະກຳໃຫ້ໄປ ຕາມເປົ້າໝາຍ ຂອງການພັດທະນາ ເພື່ອສ້າງມູນຄ່າທີ່ດິນເພີ່ມຂຶ້ນ ເຮັດໃຫ້ທີ່ດິນ ແລະ ຊັບພະຍາກອນ ທຳມະຊາດໄດ້ຮັບການຄຸ້ມຄອງເປັນຢ່າງດີ, ປະຕິບັດໃຫ້ຖືກຕ້ອງ, ສືບຕໍ່ເອົາບັນດາເອົາບັນດາ ຂະແໜງການເສດຖະກິດຂຶ້ນສູ່ການພັດທະນາໃໝ່ ແລະ ທັນສະໄໝ ໂດຍການນຳໃຊ້ຢ່າງ ກ້ວາງຂວາງ ບັນດາຜົນສຳເລັດໃໝ່ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງໂລກເຂົ້າໃນພື້ນຖານເສດຖະກິດ.ສ ປ ປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນອາຊ່ຽນ ໃນປີ 1997, ລາວໄດ້ເຊື່ອມຕົວເຂົ້າເສດ ຖະກິດຂອງຂົງເຂດທັງໄດ້ມີການປະກອບສ່ວນ ເຮັດໃຫ້ອາຊ່ຽນເຂັ້ມແຂງແລະຜົນງານດັ່ງກ່າວນັ້ນ ເປັນພຽງຜົນງານເບື້ອງຕົ້ນຂອງການເຊື່ອມຕົວເຂົ້າເສດຖະກິດ ຂອງໂລກໃນພາລະກິດພັດທະນາ ແລະ ສ້າງສາປະເທດຊາດຂອງຕົນ ການຮຽກຮ້ອງ, ການດຶງດູດການລົງທຶນ ຂອງຕ່າງປະເທດເປັນ ໜຶ່ງໃນໜ້າທີ່ສຳຄັນ ກ່ຽວກັບການຮັກສາສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ ແລະ ການປະຕິບັດແຜນລາຍຮັບງົບປະມານ ແມ່ນປະຕິບັດດັ່ງນີ້ : ການເພີ່ມລາຍຮັບຢູ່ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕິດພັນກັບການປັບປຸງວຽກງານບໍລິຫານລັດຢູ່ຂະແໜງການ ແລະ ທ້ອງຖິ່ນ ຂອງຕົນເປັນຕົ້ນການບໍລິການຂອງລັດຕ້ອງສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ນັກທຸລະກິດ, ການ ຜະລິດ ແລະ ການບໍລິການໃຫ້ມີການຂະຫຍາຍຕົວ ດ້ວຍການສົ່ງເສີມການລົງທຶນຈາກພາຍໃນ ແລະ ຕ່າງປະເທດ.ພ້ອມນັ້ນ ກໍ່ເອົາໃຈໃສ່ປຸກລະດົມການລົງທຶນ ຈາກພາກສ່ວນເສດຖະກິດ ຕ່າງໆ ໃຫ້ແຂງແຮງກ່ວາເກົ່າ. ການເພີ່ມລາຍຮັບ ຕ້ອງຕິດພັນກັບການປັບປຸງໂຄງປະກອບເສດຖະກິດ  ຂອງປະເທດຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເປັນຕົ້ນເອົາໃຈໃສ່ປັບ ປຸງແຫຼ່ງລາຍຮັບອຸດສາຫະກຳປຸງແຕ່ງ, ອຸດສາຫະກຳທ່ອງທ່ຽວ, ການເພິ່ງເສດຖະກິດພູມປັນຍາ, ເອົາໃຈໃສ່ສະກັດກັ້ນການຕົກເຮ່ຍເສຍຫາຍ ຂອງງົບປະມານທີ່ຖືເອົາວຽກງານນີ້ ເປັນຄວາມຮັບຜິດ ຊອບທັງໝົດທຸກຂະແໜງການທ້ອງຖິ່ນ ແລະ ທົ່ວສັງຄົມ.
    1.2. ວັດຖຸປະສົງຂອງການສຶກສາ.
           ວັດຖຸປະສົງຂອງການສຶກສາບົດວິໄຈແມ່ນ :
          1) ເພື່ອທຳການຜະລິດຕະພັນປະເພດ ເຄື່ອງ ຮັບໃຊ້ຕ່າງໆເຊັ່ນ : ສະບູຝຸ່ນ, ນ້ຳຢາລ້າງຈານ, ນ້ຳຢາສະຫົວ, ນ້ຳຢາປັບຜ້ານຸ້ມ, ນ້ຳຢາລ້າງ ຫ້ອງນ້ຳ.
          2) ເພື່ອຄວາມສະດວກສະບາຍ ໃຊ້ການຊີວິດປະຈໍາວັນ.
          3) ເພື່ອຄວາມຮຽກຮ້ອງຕ້ອງການ ຂອງລູກຄ້າ ຄວາມຕ້ອງການ ຂອງທ່ອງຕະຫຼາດ.
    1.3. ຂອບເຂດຂອງການສຶກສາ.
       1.3.1. ຂອບເຂດດ້ານເນື້ອໃນ.
                ການສຶກສາຄັ້ງນີ້ເປັນການສຶກສາ ກ່ຽວກັບຄວາມເພິ່ງພໍໃຈ ຂອງລູກຄ້າທີ່ ມີສ່ວນປະສົມການຕະຫຼາດ ແລະ ຊົມໃຊ້ຜະລິດຕະພັນ ຂອງບໍລິສັດສະບູຝຸ່ນລາວ ມີ 6 ດ້ານຄື:
                - ຜະລິດ ແລະ ເກັບມ້ຽນສິນຄ້າ;
                - ວິ້ງເຕັ້ນຊອກວັດຖຸດິບປ້ອນໂຮງງານ;
                - ຄຸ້ມຄອງວຽກງານບໍລິຫານຕ່າງໆ;
                - ຊອກຕະຫລາດຈໍາໜ່າຍສິນຄ້າ;
                - ໂຄສະນາປະຊາສໍາພັນ;
                - ຈັດສົ່ງສິນຄ້າຕາມການສັ່ງຊື້.
     1.3.2.  ຂອບເຂດດ້ານປະຊາກອນ ແລະ ກຸ່ມຕົວຢ່າງ.
              1. ປະຊາກອນ.
                  ປະຊາກອນທີ່ໃຊ້ໃນການວິໃຈຄັ້ງນີ້ ແມ່ນໄດ້ ແກ່ລູກຄ້າທີ່ນໍາສິນຄ້າສົ່ງອອກຕາມຮ້ານຄ້າຂາຍຕ່າງໆ ຕາມທ່ອງຕະຫຼາດ ແລະ ລູກຄ້າທີ່ມາຊົມໃຊ້ສິນຄ້າ ຂອງພວກເຮົາ.
              2. ກຸ່ມຕົວຢ່າງ.
                  ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈຄັ້ງນີ້ ໄດ້ແກ່ລູກຄ້າທີ່ມາຊື້ ແລະ ມາໃຊ້ບໍລິການ ຂອງບໍລິສັດສະບູຝຸ່ນລາວ.
             3. ຂອບເຂດດ້ານຕົວປ່ຽນ.
                3.1 ຕົວປ່ຽນຕົ້ນ.
                   1. ເພດ.
                       - ຊາຍ;
                       - ຍິງ.
                   2. ອາຍຸ.
                       - ຕໍ່າກວ່າ 10 ປີ;
                       - 15-20 ປີ;
                       - 20-30 ປີ;
                       - 35-40 ປີ;
                       - 40  ຂື້ນໄປ.
                 3.2. ສະຖານະພາບຄອບຄົວ.
                       - ເດັກນ້ອຍ;
                       - ຜູ້ເຖົ້າ;
                       - ຍັງໂສດ;
                       - ແຕ່ງງານແລ້ວ.
                 3.3. ລະດັບການສຶກສາ.
                       - ມັດທະຍົມຕອນຕົ້ນ;
                       - ມັດທະຍົມປາຍ;
                       - ປະຊາຊົນທຳມະດາ;
                       - ຊັ້ນກາງ;
                       - ຊັ້ນສູງ;
                       - ປະລິນຍາຕີ;
                       - ສູງກ່ວາປະຣີນຍາຕີ.
                 3.4. ອາຊີບ.
                       - ຄະນະຜູ້ບໍລິຫານ;
                       - ພະນັກງານ;
                       - ນັກຮຽນນັກສຶກສາທັງຫຼາຍ;
                         - ພະນັກງານທົ່ວໄປ.
                   3.5. ລາຍໄດ້ສະເລ່ຍຕໍ່ເດືອນ.
                         - ຕ່ຳກ່ວາ 500,000 ກີບ;
                         - 500,000-700,000 ກີບ;
                         - 1,000,000-2.000,000 ກີບ;
                         - 2,000,000-3,000,000 ກີບ;
                         - ສູງກ່ວາ 3,000,000 ຂື້ນໄປ.
               4. ຕົວປ່ຽນຕາມ.
                   ຕົວປ່ຽນຕາມໄດ້ແກ່ຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນປະສົມ ຂອງການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ທີ່ໄດ້ມາຈາກແນວຄິດ ທິດສະດີຄວາມເພິ່ງພໍໃຈ ໃນສ່ວນປະສົມທາງການຕະຫຼາດ ປະກອບດ້ວຍ 4 ດ້ານຄື:
                   - ດ້ານການໃຫ້ການບໍລິການາ;
                   - ດ້ານອາຄານສະຖາທີ່;
                   - ດ້ານບຸກຄະລາກອນ;
                   - ດ້ານການສົ່ງເສີມການຕະຫຼາດ.

2. ນິຍາມຄໍາສັບສະເພາະ.
    ຄວາມເພິ່ງພໍໃຈ ຂອງລູກຄ້າໜາຍເຖິງຄວາມຮູ້ສຶກສະແດງອອກວ່າຍິນດີ ຫຼື ຄວາມຜິດຫວັງ ຂອງລູກຄ້າທີ່ເກີດຈາກການໃຊ້ ແລະ ສິ່ງຈູງໃຈຕ່າງໆ ທີ່ອົງກອນຈັດຕັ້ງຂື້ນໂດຍປຽບທຽບລະຫ່ວາງຄຸນປະໂຫຍດ ແລະ ຄວາມຫວັງຂອງລູກຄ້າ ໃນ 4 ດ້ານຄື:
ດ້ານການໃຫ້ການບໍລິການ.
     1. ດ້ານອາຄານສະຖານທີ່.
     2. ດ້ານບຸກຄະລາກອນ.
     3. ດ້ານການສົ່ງເສີມການຕະຫຼາດ.
        1. ດ້ານການໃຫ້ການບໍລິກການໝາຍເຖິງການດຳເນີນງານໃນລັກສະນະຕ່າງໆທີ່ເອື້ອຜົນປະໂຫຍດແກ່ລູກຄ້າ ຂອງບໍລິສັດສະບູຝຸ່ນລາວ ແລະ ໄດ້ເອື້ອອຳນວຍຄວາມສະດວກໃນການນຳໃຊ້ສະບູຝຸ່ນລາວ ເປັນແມ່ນ ການຊື້ສິນຄ້າຫຼາຍ ແມ່ນຈະມີການ ຫຼຸດລາຄາ ຫຼື ຈະມີຂອງແທນໃຫ້ ແລະ ອື່ນໆ.
         2. ດ້ານອາຄານສະຖານທີ່ໝາຍເຖິງສະຖານທີ່ ຂອງບໍລິສັດສະບູຝຸ່ນລາວ ແລະ ອຳນວຍຄວາມສະດວກໃນການມາຊົມໃຊ້ການບໍລິການຄວາມຊັດເຈນ ຂອງປ້າຍສະແດງ ດ້ານການບໍລິການຕ່າງໆ ການໃຫ້ການບໍລິການທາງດ້ານຄຸນນະພາບ ແລະ ຄວາມເໝາະສົມ ຂອງບໍລິສັດສະບູຝຸ່ນລາວ ມີຄວາມສະດວກຂອງສະຖານທີ່ຈອດລົດມີຄວາມສະດວກສະບາຍ ກ້ວາງຂວາງ ຂອງສະຖານທີ່ລໍຖ້າລູກຄ້າທາງໃນບໍລິສັດສະອາດສ່ວຍງາມ ມີເຄື່ອງມື ແລະ ອຸປະກອນຫຼາຍຢ່າງ ເພື່ອອຳນວຍຄວາມສະດວກແກ່ບັນດາລູກຄ້າທີ່ມາໃຊ້ງານທາງໃນ ບໍລິສັດສະບູຝຸ່ນລາວ ມີການຕົກແຕ່ງຢ່າງສ່ວຍງາມ.
         3. ດ້ານບຸລະລາກອນພະນັກງານ ໃນບໍລິສັດສະບູຝຸ່ນລາວ ແມ່ນແຕ່ງຕົວສຸພາບ ເວົ້າຈາອ່ອນຫວານໃຫ້ການບໍລິການດີເລີດມີຄວາມຮູ້ ພະນັກງານທຸກຄົນມີມາລະຍາດ ໃນການຊີນຳການນຳໃຊ້ສິນຄ້າ ໃນດ້ານການໃຫ້ການບໍລິການລູກຄ້າທີ່ມາໃຊ້ສິນຄ້າສະບູຝຸ່ນລາວ ແລະ ສິນຄ້າອື່ນໆ ໃນບໍລິສັດ.
         4. ດ້ານການສົ່ງເສີມການຕະຫຼາດທາງບໍລິສັດໄດ້ມີການໂຄສະນາປະຊາສຳພັນໃຫ້ທົ່ວປ່ວງຊົນໄດ້ຮັບຮູ້ຄື: ແຈກໃບປິ່ວ ເຜີຍແຜ່ທາງດ້ານຂໍ້ມູນຂ່າວສານ ທາງດ້ານອິນເຕີເນັດ. ທາງໂທລະພາບ ແລະ ອີກຫຼາຍໆ ດ້ານທາງບໍລິສັດຍັງໄດ້ຈັດໂປໂມຊັນ ຊື້ສິນຄ້າບໍລິສັດເກີນ 200,000 ກີບ ຈະໄດ້ຮັບຂອງແຖນຈາກທາງບໍລິສັດ ເຊັ່ນ: ໝວກ, ເສື້ອຂອງບໍລິສັດ, ຖົງຟາຍ, ແລະ ສິນຄ້າອີກຫຼາຍຢ່າງທີ່ທາງບໍລິສັດໄດ້ວາງອອກ ແລະ ໃນແຕ່ລະເດືອນຈະມີການວ່າງຂາຍສິນຄ້າຂອງບໍລິສັດຕາມທອງຕະຫຼາດຂາຍຫຼຸດຜ່ອນລາຄາ.

3. ປະໂຫຍດທີ່ຄາດວ່າຈະໄດ້ຮັບ.
     1. ເຮັດໃຫ້ລູກຄ້າມີຄວາມພໍໃຈຕໍ່ສ່ວນປະສົມ ຂອງການຕະຫຼາດ ບໍລິສັດສະບູຝຸ່ນລາວ.
     2. ເຮັດໃຫ້ຮູ້ເຖິງຜົນການໄດ້ປຽບຄວາມເພິ່ງພໍໃຈ ຂອງລູກຄ້າທີ່ມີສ່ວນປະສົມການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ.
     3. ເປັນແນວທາງ ໃນການກຳນົດກົນລະຍຸດທາງດ້ານການຕະຫຼາດ.























ບົດທີ 2
ທົບທວນທິດສະດີ

1. ແນວຄິດ ແລະ ທິດສະດີທີ່ກ່ຽວຂ້ອງ.
    1.1. ແນວຄິດກ່ຽວກັບຄວາມເພິ່ງພໍໃຈ.
          ຄວາມເພິ່ງພໍໃຈ ຂອງລູກຄ້າໝາຍເຖິງລະດັບຄວາມຮູ້ສຶກສະແດງອອກວ່າຄວາມຍິນດີ ແລະ ຜິດຫວັງຂອງລູກຄ້າ ທີ່ມາຊົມໃຊ້ສິນຄ້າຈາກ ບໍລິສັດສະບູຝຸ່ນລາວ ສິ່ງຕ່າງໆ ທີ່ທາງບໍລິສັດຈັດຂຶ້ນ ໂດຍປຽບທຽບລະຫ່ວງຄຸນປະໂຫຍດ ແລະ ຄວາມຄາດຫວັງ ຂອງລູກຄ້າ.
    1.2. ທິດສະດີກຽ່ວກັບຄວາມເພິ່ງພໍໃຈ.
           ມີນັກທິດສະດີຫຼາຍທ່ານໄດ້ໃຫ້ທິດສະດີ ກຽ່ວກັບຄວາມເພິ່ງພໍໃຈ ໃນການໃຫ້ບໍລິການ ຫຼື ຄວາມສາມາດ ໃນການສ້າງຄວາມເພິ່ງພໍໃຈ ໃຫ້ກັບຜູ້ໄດ້ຮັບບໍລິການໂຫຍດ ພິຈາລະນາຈາກອົງປະກອບ 5  ດ້ານດັ່ງນີ້:
           1. ຄວາມມາດໃນການຈັດການໃຫ້ຢ່າງຍຸດຕິທໍາ ໂດຍລັກສະນະການຈັດໃຫ້ນັ້ນ ຈະຕ້ອງເປັນໄປຢ່າງສະໝໍາສະເໝີ ແລະ ສະເໝີພາບ.
           2. ຄວາມສາມາດ ໃນການຈັດການຢ່າງວ່ອງໄວທັນຕໍ່ເວລາ ຕາມລັກສະນະ ຂອງຄວາມຈໍາເປັນຮີບດ່ວນ ໃນການບໍລິການ ແລະ ຄວາມຕ້ອງການ ຂອງປະຊາຊົນ ໃນການບໍລິການນັ້ນ.
           3. ແກ່ຜູ້ຮັບບໍ່ລິການ ຄວາມຈັດຕັ້ງ ໃນການບໍລິການໃຫ້ພຽງພໍ ແກ່ຄວາມຕອ້ງການ ຂອງຜູ້ບໍລິການ.
           4. ຄວາມສາມາດ ໃນການຈັດການບໍລິການຕໍ່ເນື່ອງ ໂດຍບ່ໍມີການຢຸດຊະງັກ ຫຼື ຕິດຂັດ ໃນການບໍລິການນັ້ນ.
           5. ຄວາມສາມາດ ໃນການພັດທະນາບໍລິການທີ່ໃຫ້ ທາງໃນດ້ານປະລິມານ ແລະ ຄຸນນະພາບໃຫ້ມີຄວາມຈະເລີນກ້າວໜ້າ ຕາມລັກສະນະ ຂອງການບໍລິການນັ້ນໆ ຂຶ້ນເລື້ອຍໄປຄວາມຕ້ອງການ ຂອງມະນຸດ ມີແນວຄິດທຸກຄົນນັ້ນ ມີຄວາມຕ້ອງການ ແລະ ມີຢູ່ຕະຫຼອດເວລາ ຄວາມຕ້ອງການເຫົ່ລານັ້ນ ຈະຂຶ້ນຢູ່ກັບສົມມຸດຖານ 3 ຂໍ້ ດວ້ຍກັນຄື:  
              1. ມະນຸດມີຄວາມຕ້ອງການຢູ່ຕະຫຼອດເວລາ ແລະ ບໍ່ມີມື້ສິ້ນສຸດ ໂດຍຄວາມຕ້ອງການຂອງມະນຸດນັ້ນ ຈະຂຶ້ນຢູ່ກັບວ່າມະນຸດມີສິ່ງນັ້ນ ແລ້ວ ຫລື ຍັງ ແລະ ເມື່ອຄວາມຕ້ອງການໄດ້ຮັບການຕອບສະໜອງ ແລ້ວ ກໍ່ມີຄວາມຕ້ອງການອື່ນເຂົ້າມາ ເພື່ອລໍໃຫ້ໄດ້ຮັບການຕອບສະໜອງຕໍ່ໄປເປັນເຊັ່ນນີ້ເລື້ອຍໄປບໍ່ສິ້ນສຸດ.
              2. ຄວາມຕ້ອງການທີ່ເກີດຂຶ້ນ ແລະ ໄດ້ການຕອບສະໜອງໄປແລ້ວ ກໍ່ຈະຫາຍໄປ ເຮັດໃຫ້ບໍ່ເປັນແຮງຈູງໃຈ ໃຫ້ເກີດພຶດຕິກຳນັ້ນຈະເປັນຄວາມຕ້ອງການທີ່ຍັງ ໄດ້ຮັບການຕອບສະໜອງ ສະນັ້ນພຶດຕິກຳນັ້ນເກີດຂຶ້ນ ຈາກຄວາມຕ້ອງການທີ່ຍັງ ບໍ່ໄດ້ຮັບການຕອບສະໜອງເທົ່ານັ້ນ.
              3. ຄວາມຕ້ອງການຂອງມະນຸດນັ້ນ ມີລັກສະນະເປັນລຳດັບຂັ້ນ ໂດຍມາສໂລ ໄດ້ແບ່ງລຳດັບຂັ້ນຂອງມະນຸດໄວ້ເປັນ 5 ຂັ້ນ ໂດຍລຽງລຳດັບຄວາມສຳຄັນ ຂອງຄວາມຕອ້ງການເຫຼົ່ານັ້ນ, ການອະທິບາຍຄວາມພໍ ໃຈໃນແງ່ທີ່ວ່າລູກຄ້າ ຈະເກີດຄວາມເພິ່ງພໍໃຈໄດ້ ຕໍ່ເມື່ອເຂົາປະເມີນວ່າບໍລິສັດ ຫຼື ສິນຄ້າ ຂອງບໍລິສັດສະບູຝຸ່ນລາວ ນັ້ນຈະນຳຜົນຕອບ ແທນມາໃຫ້ຊຶ່ງລູກຄ້າໄດ້ມີການຕັດສິ້ນໃຈລວງໜ້າ  ຈາກສິ່ງທີ່ລູກຄ້າໄດ້ຮັບ(ຄວາມຍິ້ມແຍມແຈ່ມໄສ, ຄວາມກະຕືລືລົ້ນ ໃນການໃຊ້ສິນຄ້າຂອງບໍລິສັດ ການໃຫ້ຄຳປຶກສາແນະນຳທີ່ດີ, ຄວາມສະດວກວ່ອງໄວ, ສິນຄ້າມີຄຸນນະພາບດີ, ເຄື່ອງມືທີ່ທັນສະໄໜ, ຄວາມມີຊືສຽງ ເປັນແບບໃຫ້ລູກຄ້າ ຈຶ່ງຈະເລືອກເອົາຜົນລັບເຫຼົ່ານັ້ນມາໃຊ້ ແລະ ຂັ້ນສຸດທ້າຍເມື່ອມີການປະເມີນການປຽບທຽບຜົນລັບຕ່າງໆ ລູກຄ້າຈະມີຄວາມເພິ່ງພໍໃຈ ທີ່ຈະເກີດຂຶ້ນໂດຍແນວຄິດ ທິດສະດີນີ້ ຈະຢູ່ທີ່ຜົນຄວາມປາຖະໜາທີ່ຮຸນແຮງ ແລະຄວາມໝາຍ ຊຶ່ງທິດສະດີຄວາມໝາຍ ຈະຄາດຂະເນໂດຍທົ່ວໄປ  ລູກຄ້າແຕ່ລະຄົນ ຈະສະແດງພຶດຕິກຳ ກໍຕໍ່ເມືອເຂົາເບິ່ງເຫັນໂອກາດໜ້າຈະເປັນໄປ ຄ້ອນຂ້າງຊັດເຈນ ຫາກຄວາມເພິ່ງພໍໃຈ ຂອງເຂົາເກີດຈາກການໃຫ້ບໍລິການທີ່ມີຄຸນນະພາບ ເຂົາກໍຈະໃຊ້ບໍລິການນັ້ນຕະຫຼອດ ເພາະຜົນລັບທີ່ເຂົາປາດຖະໜາ ຊຶ່ງໝາຍຄວາມວ່າ ຄວາມຄາດໝາຍນີ້ເກີດກ່ອນການນຳໃຊ້ສິນຄ້າ ຈຶ່ງສາມາດນຳໃຊ້ເປັນເຫດ ຂອງການບໍລິການ ເພາະຕິກຳຂອງມະນຸດ ເກີດຈາກແຮງພັກດັນ ຊຶ່ງສ່ວນໜຶ່ງເກີດຈາກ ຄວາມຕ້ອງການ ແລະ ອີກສ່ວນໜື່ງເກີດຈາກ ຄວາມຄາດໝາຍທີ່ຈະໄດ້ຮັບຈາກສິ່ງຈູງໃຈ, ຜົນຕອບແທນ ຫຼືຜົນລັບທີ່ໄດ້ຮັບ ຈາກການບໍລິການທີ່ມີຄຸນນະພາບຈະມີຄວາມສຳຄັນ ແລະ ເປັນຕົວເຮັດໃຫ້ເກີດມີພຶດຕິກຳໄດ້ຂຶ້ນຢູ່ກັບ ຄວາມເພິ່ງພໍໃຈຕໍ່ການໃຫ້ບໍລິການຢ່າງມີຄຸນນະພາບ.
           ສະຫຼຸບແລ້ວຄວາມເພິ່ງພໍໃຈສະແດງໃຫ້ເຫັນ ຄວາມເພິ່ງພໍໃຈ ຂອງລູກຄ້າມີຄວາມສຳພັນທີ່ກ່ຽວຄ່ອງກັບຄຸນນະພາບການບໍລິການ ໂດຍຄວາມເພິ່ງພໍໃຈນັ້ນ ຈະເກີດເປັນຄວາມຕອ້ງການ ໃນເບື້ອງຕົ້ນ ແລະຄວາມຄາດໝາຍທີ່ໄດ້ຮັບຈາກສິ່ງຈູງໃຈຕ່າງໆ ຊຶ່ງລູກຄ້າຈະເກີດຄວາມຮູ້ສຶກເພິ່ງພໍໃຈ ກໍ່ຕໍ່ເມືອຄວາມຕ້ອງການ ແລະ ຄວາມຄາດຫັວງ ໄດ້ຮັບການຕອບສະໜອງຕາມທີ່ຕ້ອງການ.
          1.3. ແນວຄິດກຽ່ວກັບການນຳໃຊ້ສິນຄ້າ.
                   ທ່ານ ສາຍສະໜອນ ໄຊຍະລາດ ຜູ້ບໍລິຫານ ຂອງບໍລິສັດສະບູຝຸ່ນລາວ ໃຫ້ແນວຄິດກ່ຽວກັບການນຳໃຊ້ສິນຄ້າວ່າ: ສິນຄ້າ ຂອງບໍລິສັດສະບູຝຸ່ນລາວ ທຸກປະເພດລ້ວນແຕ່ມີຄຸນນະພາບທີ່ດີ, ສະອາດທຸກຂັ້ນຕອນໃນການຜະລິດ ມີການນຳໃຊ້ເຄື່ອງມືຈາກຕ່າງປະເທດ ເພື່ອທຳການຜະລິດ.
                   ທ່ານ ທອນ ໄຊຍະລາດ ລູກຄ້າປະຈໍາ ຂອງບໍລິສັດສະບູຝຸ່ນລາວໄດ້ໃຫ້ແນວຄິດ ກ່ຽວກັບການໃຊ້ສິນຄ້າ ຂອງບໍລິສັດວ່າ: ສິນຄ້າທີ່ອອກຈາກບໍລິສັດແຫ່ງນີ້ ແມ່ນໄດ້ຮັບການນິຍົມກັນຢ່າງຫຼວງຫຼາຍ ໃນທ່ອງຕະຫຼາດ ຫຼືໃນທຸກໆ ຄອບຄົວ ແລະ ນອກຈາກນີ້ສິນຄ້າ ຂອງບໍລິສັດ ໄດ້ສົ່ງອອກຂາຍຢູ່ຕ່າງປະເທດ.
            1.3.1. ດ້ານການອາຄານສະຖານທີ່.
                     ໂຮງງານສະບູຝຸ່ນບໍລິສຸດ ເປັນການລົງທຶນໂດຍ ທ່ານ ສົມສຸກ ຈະເລີນໄຊ ນັກທຸລະກິດພາຍໃນປະເທດດ້ວຍທຶນຕົນເອງ 100 ເປີເຊັນ%ເປັນໂຄງການທີ່ເຮັດ ສັນຍາເຊົ່າດິນຢູ່ເຂດ ບ້ານ ພູຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ, ມີເນື້ອທີ່ທັງໝົດ 12,600 ຕາແມັດ, ເປັນໂຄງການທີ່ທຳການຜະລິດເຄື່ອງຮັບໃຊ້ຊີວິດປະຈຳວັນ ຂອງປະຊາຊົນລາວ, ສະຖານທີ່ເປັນສະຖານທີ່ສະດວກໃນການໄປມາ ມີເນື້ອທີ່ກ້ວາງຂວາງ ມີສິນຄ້າທີ່ຕອບສະໜອງໃຫ້ທຸກທ່ານຫຼາຍຢ່າງ ມີບ່ອນຍ່າງເລາະເບິ່ງການຜະລິດໄດ້ຢ່າງເໝາະສົມ ແລະ ການນຳເອົາເຄື່ອງມືເຂົ້າໃນການຜະລິດທີ່ສະດວກ ວ່ອງໄວທັນໃຈ.
             1.3.2. ດ້ານບຸກຄະລາກອນ ( pepple ) ຫຼື ພະນັກງານ ( Employees ).
                      ບຸກຄະລາກອນ :ໝາຍເຖິງຄຸນນລັກສະນະ ຂອງພະນັກງານຜູ້ໃຫ້ບໍລິການ ເຊິ່ງປະກອບດ້ວຍ ການແຕ່ງກາຍ, ການເວົ້າຈາທີ່ສຸພາບຕໍ່ລູກຄ້າ ມີຄວາມຮູ້ໃນການນຳໃຊ້ສິນຄ້າ ແລະ ມາລະຍາດໃນການຂາຍສິນຄ້າ ເຊັ່ນ: ການແຕ່ງກາຍ ຂອງພະນັກງານ ໃນບໍລິສັດສະບູຝຸ່ນລາວ ຕ້ອງແຕ່ງກາຍຖຶກແບບ ບໍລິສັດ ຕາມຊຸດ ບໍລິສັດອອກແບບມາໃຫ້ທີ່ມີສັນຍາລັກສະເພາະຕົວ ຕິດຢູ່ກັບຊຸດທີ່ມີຄວາມສ່ວຍງາມ, ຄວາມສຸພາບ ແລະ ອັດຕະຍາໄສ ຂອງພະນັກງານ ການໃຫ້ຄວາມຕ້ອນຮັບລູກຄ້າທີ່ດີ ເອົາໃຈລູກຄ້າເກັ່ງໃນທຸກດ້ານ ແລະ ຕັ້ງໃຈໃຫ້ຄຳຄິດຄຳເຫັນ ຂອງລູກຄ້າທີ່ຢາກຖາມກ່ຽວກັບສິນຄ້າ ຂອງບໍລິສັດ ໃຫ້ຄຳແນະນຳທີ່ດີ.ຖ້າລູກຄ້າມີຄວາມບໍ່ເຂົ້າໃຈ ຫຼື ຢາກຊັກຖາມທາງພະນັກງານບໍລິສັດຍິນດີຕ້ອນຮັບ ແລະ ຕອບຄຳຖາມທຸກຢ່າງ ຄຸນນະພາບ ຂອງພະນັກງານ ໃນບໍລິສັດໄດ້ຮັບການຝຶກອົບຮົມມາເປັນຢ່າງດີ ເພື່ອໃຫ້ລູກຄ້າເກີດມີຄວາມເພິ່ງພໍໃຈກັບສິນຄ້າ.
             1.3.3. ຜະລິດຕະພັນ ແລະ ການບໍລິການ (Pro Duct and Service).
                      ຜະລິດຕະພັນ ຂອງບົດວິໄຈນີ້ ເປັນສິນຄ້າໃຊ້ສອຍທີ່ຈຳໜ່າຍງ່າຍ ແລະ ຮັບປະກັນທາງ ດ້ານຄຸນນະພາບກໍ່ຄືຄວາມສະອາດ, ສີສັນທັງຕົວຜະລິດຕະພັນ ແລະ ການບັນຈຸຫຸຸ້ມຫໍ່ດ້ວຍ ໝາກຜົນທີ່ຍາດມາໄດ້ໃນການເຄື່ອນໄຫວ, ບົດບາດ, ອິດທິພົນ ກໍ່ຄືການກະກຽມຢ່າງຖີ່ຖ້ວນ, ແຜນການລົງທຶນ ແລະ ຜົນການສຳຫລວດ,ຈັດຕັ້ງໂຄສະນາສິນຄ້າໃນງານຕະຫລາດນັດຢູ່ລາວ ເຫັນວ່າສິນ ຄ້າປະເພດໃຊ້ສອຍຂອງໂຮງງານສະບູຝຸ່ນລາວ ບໍລິສຸດ ໄດ້ຮັບຄວາມນິຍົມຊົມຊອບຈາກມວນຊົນ ຢ່າງກ້ວາງຂວາງ.ໂຮງງານມີຄວາມເຊື່ອໝັ້ນ ໃນການດຶງດູດລູກຄ້າ ກໍ່ຄືການຈຳໜ່າຍ,ຄຽງຄູ່ກັນນັ້ນ ລາວ ກໍ່ເປັນຕະຫລາດທີ່ມີທ່າແຮງອັນບົ່ມຊ້ອນ, ຄວາມຕ້ອງການຜະລິດຕະພັນຮັບໃຊ້ຊີວິດການ ເປັນຢູ່ປະຈຳວັນສູງ, ໂຮງງານໄດ້ມີການຜະລິດເຄື່ອງໃຊ້ສອຍ ເຊິ່ງເປັນຂະແໜງການທີ່ລັດຖະບານລາວ ສົ່ງເສີມການລົງທຶນສະແດງໃຫ້ເຫັນວ່າຄວາມ ຕ້ອງການຜະລິດຕະພັນສະບູຝຸ່ນແມ່ນສູງອີກປະການໜຶ່ງສິນຄ້ານີ້ເປັນປະເພດສິນຄ້າໃໝ່ຢູ່ຕະຫລາດລາວ.

     2. ດ້ານການສົ່ງເສີມການຕະຫຼາດ(promation).
          ແມ່ນການໃຊ້ຄວາມພະຍາຍາມ ໃນການຂະຫຍາຍຕະຫຼາດ ເພື່ອເພີ່ມຍອດຂາຍ ການຂະຫຍາຍຕະຫຼາດສາມາດເຮັດໄດ້ 3 ວິທີເຊັ່ນ :
           - ຜູ້ໃຊ້ໃໝ່ : ໃນເບື້ອງຕົ້ນແມ່ນ ກະຕຸ້ນໃຫ້ຜູ້ໃຊ້ໃໝ່ໃຫ້ໃຊ້ຜະລິດຕະພັນ ຂອງບໍລິສັດ ເຊິ່ງບໍລິສັດ ຕ້ອງພະຍາຍາມຈູງໃຈຜູ້ຊື້ທີ່ບໍ່ທັນຮູ້ຈັກຜະລິດຕະພັນ ຂອງບໍລິສັດ, ຜູ້ຊື້ທີ່ຕໍ່ຕ້ານຜະລິດຕະພັນ ກ່ຽວກັບລາຄາ, ລັກສະນະສະເພາະຢ່າງ ຫຼື ຮູບແບບ ຂອງຜະລິດຕະພັນໂດຍຜູ້ຜະລິດຈະຄົ້ນຫາຜູ້ໃຊ້ດັ່ງນີ້:
             + ຍຸດທະສາດການເຈາະຕະຫຼາດ;
             + ຍຸດທະສາດຕະຫຼາດໃໝ່;
             + ຍຸດທະສາດຂະຫຍາຍຕະຫຼາດດ້ານພູມສາດ.
           - ການໃຊ້ໃໝ່ : ເປັນການຂະຫຍາຍຕະຫຼາດໂດຍຄົ້ນຫາ ແລະ ການສົ່ງເສີມການ ໃຊ້ຜະລິດຕະພັນໃໝ່ໆ.
           - ການໃຊ້ເພີ່ມຂຶ້ນ : ເປັນການຂະຫຍາຍຕະຫລາດໂດຍພະຍາຍາມເອົາຊະນະຜູ້ບໍລິໂພກໃຫ້ໃຊ້ຜະລິດຕະພັນໃນໂອກາດຕ່າງໆ ເພີ່ມຂຶ້ນ.
ຕົວຢ່າງ : ສົ່ງເສີມໃຫ້ປະຊາກອນຫັນມາຊົມໃຊ້ຜະລິດຕະພັນ ຂອງໂຮງງານສະບູຝຸນລາວ ບໍລິສຸດ ເປັນປະຈຳເພື່ອເນັ້ນຜົນປະໂຫຍດທີ່ມີຄວາມສະອາດສົດໃສ,ຖືກຫຼັກອະນາໄມ ແລະ ຜ່ານການຂ້າເຊື້ອໃຫ້ສະອາດ ສາມາດໃຫ້ຄວາມເຂັ້ມຂຸ້ນ ແລະ ມີກິ່ນຫອມ,ມີຄວາມນຸ້ມນວນຕໍ່ວັດຖຸສິ່ງຂອງທີ່ເຮົາຊົມໃຊ້ ພ້ອມທັງຖະໝອມຜິວພັນ ຂອງຜູ້ຊົມໃຊ້ຜະລິດຕະພັນນຳອີກ.ໃນການດຳເນີນທຸລະກິດ ສິ່ງທີ່ຈຳເປັນທີ່ສຸດນັ້ນກໍ່ຄື   ຜູ້ປະກອບການ ຕ້ອງມີຄວາມສາມາດ ແລະ ຮູ້ຈັກທຳການວິເຄາະສະຖານະການ ຂອງຄວາມຕ້ອງການທາງດ້ານການຕະຫລາດ ແລະ ການບໍລິການ ນອກຈາກນັ້ນ ຕ້ອງຈັດການຄາດຄະເນປະເມີນຜົນຂອງສະພາບການທີ່ຈະເກີດຂຶ້ນໃນອານາຄົດ.ສຳລັບໂຮງງານ ສະບູຝຸ່ນລາວບໍລິສຸດ ກໍ່ຖືວ່າເປັນວຽກງານໜຶ່ງທີ່ຈຳເປັນ ແລະ ຕ້ອງໄດ້ ເອົາໃຈໃສ່ໂຄສະນາປະຊາສຳພັນ ເພື່ອໃຫ້ບັນດາພໍ່ແມ່ປະຊາຊົນ ເຫັນໄດ້ເຖິງຜົນເສຍໃນການນຳ ເຂົ້າຜະລິດຕະພັນຈາກຕ່າງປະເທດ ເຊິ່ງເຮັດໃຫ້ສູນເສຍລາຍໄດ້ ຂອງປະເທດ ບໍ່ສະເພາະແຕ່ເທົ່ານັ້ນ ຍັງເປັນສາຍເຫດກໍ່ໃຫ້ເກີດໄພເງິນເຟີ້ຂຶ້ນຕື່ມອີກ ເພື່ອຄຸ້ມຄອງອັດຕາໄພເງິນເຟີ້ໃຫ້ຢູ່ໃນລະດັບ ໜຶ່ງຕ້ອງເອົາໃຈໃສ່ຄຸ້ມຄອງການເພີ່ມຂຶ້ນ ຂອງລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນປະເທດ ໂດຍຕິດຕາມຢ່າງໃກ້ສິດສະພາບການເໜັງຕີງຂອງລາຄາສິນຄ້າ, ສະພາບການສະໜອງ ແລະ ຄວາມຕ້ອງການສິນຄ້າອຸປະໂພກ - ບໍລິໂພກ ໂດຍສະເພາະແມ່ນສະບຽງອາຫານ ແລະ ສິນຄ້າ ເຄື່ອງໃຊ້ປະຈຳວັນ ໃນເມື່ອຈຳເປັນຕ້ອງດຳເນີນມາດຕະການແຊກແຊງ ແລະ ຄວບຄຸມ ເພື່ອໃຫ້ ລາຄາມີຄວາມສະຫງົບຢ່າງສົມເຫດສົມຜົນ ທຸກຄົນຕ້ອງເປັນເຈົ້າການເພື່ອເຫັນໄດ້ຄວາມສຳຄັນສິນຄ້າທີ່ຜະລິດຢູ່ພາຍໃນ ແລ້ວຫັນມາໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ໂດຍສະເພາະ ກໍ່ແມ່ນຜະລິດຕະພັນຂອງໂຮງງານສະບູຝຸ່ນລາວບໍລິສຸດ ທັງນີ້ກໍ່ ເພື່ອເປັນການສົ່ງເສີມການຜະລິດ ພາຍໃນໄປນຳອີກ.
           2.1. ຄວາມຕ້ອງການຂອງຕະຫຼາດ.
                 ໃນໄລຍະປະຈຸບັນສັງຄົມມີການຈະເລີນເຕີບໂຕຢ່າງວ່ອງໄວຄວາມໜາແໜ້ນ ຂອງປະຊາ ກອນນັບມື້ນັບເພີ່ມຂຶ້ນ ອັນເປັນສາຍເຫດໃຫ້ເກີດມີຄວາມຕ້ອງການນັບມື້ນັບຫຼາຍ ຂຶ້ນເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການ ຂອງປະຊາກອນ ຕ້ອງສົ່ງເສີມການສົ່ງອອກຢ່າງແຂງແຮງ ຫຼຸດຜ່ອນການນຳເຂົ້າຢ່າງຕັ້ງໜ້າ ເພື່ອພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ເຂດອຸດ ສະຫະກຳ, ເຂດການຄ້າເສລີ ແລະ ບໍລິການທາງຜ່ານ ແນ່ໃສ່ການສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການໃຫ້ຫຼາກຫຼາຍທາງດ້ານປະລິມານ ແລະ ຄຸນນະພາບ.ອີງໃສ່ຄວາມຕ້ອງການຂອງຕະຫຼາດ.
          2.2. ຄວາມຕ້ອງການຂອງຕະຫຼາດທາງດ້ານລາຄ້າ (price).
                 ລາຄາແມ່ນປັດໃຈໜຶ່ງທີ່ສຳຄັນຂອງທຸກໆ ທຸລະກິດຖ້າລາຄາຫາກສູງຫລາຍ ກໍ່ຈະມີຜົນກະທົບຕໍ່ລູກຄ້າຜູ້ຊົມໃຊ້ການບໍລິການ ແຕ່ກົງກັນຂ້າມ ຖ້າຫາກລາຄາສິນຄ້າຕົກຕ່ຳ ກໍ່ຈະມີຜົນກະທົບຕໍ່ຫົວໜ່ວຍທຸລະກິດ ສະນັ້ນ, ລາຄາຂອງຜະລິດຕະພັນຂອງໂຮງງານ ແມ່ນມີລາຄາຕາມແຕ່ ລະດັບຂອບເຂດຂອງຄົວເຮືອນ, ທາງໂຮງງານ ສະບູຝຸ່ນລາວບໍລິສຸດ ຈຶ່ງໄດ້ອອກແບບຂະໜາດຂອງ ຜະລິດຕະພັນເປັນ ຫຼາຍຂະໜາດ ແລະ ຫຼາຍລາຄາ ເພື່ອໃຫ້ເໝາະສົມກັບຄວາມຕ້ອງການຂອງ ຜູ້ຊົມໃຊ້ໃຫ້ສອດຄ່ອງກັບຖານະຂອງຄວາມຕ້ອງການຂອງແຕ່ລະຄົນ.
          2.3. ການສົ່ງເສີມ ຫຼື ການໂຄສະນາ  (Promotion).
                 ການສົ່ງເສີມການຕະຫຼາດ ເປັນກິດຈະກຳທີ່ໃຊ້ໃນການແຈ້ງຂ່າວສານ, ຊັກຊວນ ແລະ ຊັກນຳລູກຄ້າກຸ່ມເປົ້າໝາຍທີ່ຊື້ສິນຄ້າ ຫຼື ໃຊ້ບໍລິການ ຂອງກິດຈະການກິດ ທາງການຕະຫຼາດທີ່ໃຊ້ເປັນເຄື່ອງມືໃນການສົ່ງເສີມການຕະຫຼາດໄດ້ແກ່ການຂາຍໂດຍໃຊ້ພະນັກງານ, ການໂຄສະນາ, ການສົ່ງເສີມການຂາຍ, ການເຜີຍແຜ່ ແລະ ການປະຊາສຳພັນ, ປະຈຸບັນການສົ່ງເສີມການຕະຫຼາດມີຄວາມສຳຄັນເພີ່ມຫຼາຍຂຶ້ນເພາະມີການແຂ່ງຂັນສູງຜູ້ປະກອບກິດຈະການ ຫຼື ທຸລະກິດຈະຕ້ອງມີການຈັດກິດຈະກຳຕ່າງໆ ເພື່ອໃຫ້ສິນຄ້າ ແລະ ການບໍລິການ ຂອງຕົນເປັນທີ່ຮູ້ຈັກແຜ່ຫຼາຍ ເຮັດໃຫ້ລູກຄ້າສົນໃຈຫາຊື້ ຫຼື ຢາກໃຊ້ບໍລິການຂອງຕົນເອງກິດຈະກຳການສົ່ງເສີມການຕະຫຼາດ ຈະເປັນແຫຼ່ງຂໍ້ມູນທີ່ເຮັດໃຫ້ລູກຄ້າຕ້ອງການຄອງຄອຍເພື່ອໃຫ້ໄດ້ມາເຊິ່ງສິນຄ້າ ແລະ ຕັດສິນຊື້ໃນທີ່ສຸດ.

     3. ຕະຫຼາດທາງກົງ (Direct Marketing).
          ບໍລິສັດໄດ້ເອົາໃຈໃສ່ ແລະ ພະຍາຍາມຮັກສາສ່ວນຄອງຕະຫລາດ ຂອງຕົນໄວຢ່າງ ລະມັດລະວັງ ເນື່ອງຈາກວ່າຄູ່ແຂ່ງຂັນບໍ່ໄດ້ລົດລະຄວາມພະຍາຍາມ ເພື່ອເອົາຊະນະບໍລິສັດຢູ່ທຸກ ເວລາ ສະນັ້ນ, ມັນຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ມີການສຶກສາ ເຖິງຄວາມຕ້ອງການຂອງຜູ້ບໍລິໂພກ ເພື່ອນຳເອົາການສຶກສາດັ່ງກ່າວມາພິຈາລະນາ ແລະ ວາງແຜນເພື່ອຮັກສາລູກຄ້າໄວ້ຢ່າງໝັ້ນຄົງ, ນອກຈາກການປ້ອງກັນ ແລະ ຮັກສາສ່ວນຄອງ ທາງດ້ານຕະຫຼາດແລ້ວ ບໍລິສັດ ຍັງຈຳເປັນ ຈະຕ້ອງໄດ້ພະຍາມຍາມຂະຫຍາຍສ່ວນຄອງຕະຫຼາດໃຫ້ເພີ່ມຂຶ້ນ ເພື່ອເຮັດໃຫ້ອັດຕາຜົນຕອບແທນຈາກການລົງທຶນເພີ່ມຂຶ້ນ ແລະ ໃຫ້ສາມາດເກັບກູ້ເງິນທຶນຄືນ ຕາມເປົ້າໝາຍທີ່ກຳນົດໄວ້.
        3.1. ການກຳນົດຄູ່ແຂ່ງຂັນຂອງທຸລະກິດ.
               ຄູ່ແຂ່ງຂັນທາງທຸລະກິດປະກອບມີຄູ່ແຂ່ງຂັນທາງກົງ ແລະ ຄູ່ແຂ່ງຂັນທາງອ້ອມ,ຄູ່ແຂ່ງຂັນທາງກົງໝາຍເຖິງຄູ່ແຂ່ງຂັນທີ່ຜະລິດທຸລະກິດປະເພດດຽວກັນ ກັບທຸລະກິດທີ່ຕົນເອງກຳລັງດຳເນີນຢູ່ໃນປະຈຸບັນ, ຄູ່ແຂ່ງຂັນທາງອ້ອມໝາຍ ເຖິງຄູ່ແຂ່ງຂັນທີ່ຜະລິດທຸລະກິດຄ້າຍຄືກັບທຸລະກິດ ທີ່ຕົນເອງດຳເນີນຢູ່.
        3.2. ການກໍານົດຍຸດທະສາດຂອງການແຂ່ງຂັນ.
               ເປັນການສຶກສາຍຸດທະສາດ ຂອງຄູ່ແຂ່ງຂັນໃນລະດັບບໍລິສັດ, ທຸລະກິດ ແລະ ລະດັບໜ້າທີ່ໂດຍສະເພາະແມ່ນ ຍຸດທະສາດດ້ານຜະລິດຕະພັນ, ລາຄາ, ການຈັດຈຳໜ່າຍ ແລະ ການສົ່ງເສີມການຕະຫລາດເພື່ອຊອກຫາຊ່ອງທາງໃນການປ້ອງກັນ ແລະ ປັບປຸງວາງແຜນຕອບ ໂຕ້ຢ່າງທັນການ.
       3.3. ການພິຈາລະນາຈຸດປະສົງຂອງຄູ່ແຂ່ງຂັນ.
               ການພິຈາລະນາຈຸດປະສົງ ຂອງຄູ່ແຂ່ງຂັນ ເປັນການກຳນົດຈຸດປະສົງ ຂອງຄູ່ແຂ່ງຂັນຄືຄວາມຕ້ອງການກຳໄລສູງສຸດ, ຄວາມຕ້ອງການກຳໄລນັ້ນແມ່ນ ເພື່ອຄວາມຈະເລີນເຕີບໂຕ ຂອງບໍລິສັດສະນັ້ນ, ບໍລິສັດຈຳເປັນຕ້ອງມີຄວາມພ້ອມໃນການເປັນຜູ້ນຳທາງດ້ານສ່ວນຄອງຕະຫຼາດ, ມີເງິນທຶນໝູນວຽນພຽງພໍ, ມີຄວາມເປັນຜູ້ນຳດ້ານເຕັກໂນໂລຊີ, ມີຄວາມເປັນຜູ້ນຳ ດ້ານການບໍລິການ ແລະ ອື່ນໆ.
        3.4. ຂໍ້ໄດ້ປຽບ ແລະ ຂໍ້ເສຍປຽບ ຂອງບົດວິໄຈ.
               - ຂໍ້ໄດ້ປຽບ ຂອງບົດວິໄຈ.
                 + ບົດວິໄຈ ສາມາດຍາດເອົາລູກຄ້າຈາກຄູ່ແຂ່ງໄດ້ຫລາຍ ເພາະວ່າເປັນບົດວິໄຈ ຕັ້ງມາເປັນເວລາດົນນານ ແລ້ວ ເຮັດໃຫ້ລູກຄ້າຮູ້ຈັກກັບຜະລິດຕະພັນ ຂອງບົດວິໄຈເປັນຢ່າງດີ;
                 + ມີສະຖານທີ່ກ້ວາງຂວາງເຊິ່ງຈະສະດວກແກ່ການຂະຫຍາຍກິດຈະການອອກໄດ້ຕື່ມອີກ;
                 + ມີເຄື່ອງຈັກທີ່ທັນສະໄໝ;
                 + ສາມາດຜະລິດສິນຄ້າອອກໄດ້ຫຼາຍປະເພດ;
                 + ເປັນຜະລິດຕະພັນທີ່ປະຊາຊົນ ໄດ້ນຳໃຊ້ໃນຊີວິດປະຈຳວັນ;
                 + ມີນັກວິຊາການຈາກຕ່າງປະເທດຄອຍເປັນຜູ້ຊີນຳ.
               - ຂໍ້ເສຍປຽບ ຂອງບົດວິໄຈ.
                 + ວັດຖຸດິບ ແມ່ນໄດ້ນຳເຂົ້າຈາກຕ່າງປະເທດເປັນສ່ວນໃຫຍ່;
                 + ຍັງມີທຶນໃນການໝູນວຽນບໍ່ພຽງພໍ.









ບົດທີ 3
ວິທີການສຶກສາ

     ການວິໄຈຄັນນີ້ ເປັນການວິໄຈທາງດ້ານການສໍາຫຼວດ (Survey Research) ເຊິ່ງໄດ້ສັງລວມ ໂດຍໃຊ້ແບບສອບຖາມ (Questionnaire) ພວກນ້ອງໄດ້ກຳນົດວິທີ່ການດຳເນີນການວິໄຈ ໂດຍມີຂັ້ນຕອນການວິໄຈແກ່ປະຊກອນ ແລະ ກຸ່ມຕົວຢ່າງ ເຄື່ອງມືທີ່ໃຊ້ໃນການວິໄຈ, ການເກັບກຳສັງລວມຂໍ້ມູນ, ການວິເຄາະຂໍ້ມູນ ແລະ ສະຕິທີ່ໃຊ້ໃນການວິເຄາະຂໍ້ມູນ.

1. ປະຊາກອນແລະກຸ່ມຕົວຢ່າງ.
    1.1. ປະຊາກອນ.
            ປະຊາກອນທີ່ໃຊ້ໃນການວິໄຈຄັ້ງນີ້ແມ່ນໄດ້ແກ່ລູກຄ້າທີມາຊື້ສິນຄ້າ, ຫ່າງຮ້ານຕ່າງໆ ແລະ  ປະຊາກອນຊາວພົນລະເຮືອນ ພວກເຮົາສາມາດສະຫຼຸບຍອດຂ່າຍ ຂອງແຕ່ລະເດືອນແບບສະເລ່ຍໄດ້ດັ່ງນີ້.

       ຕາຕະລາງທີ 1 : ແຜນການຈຳໜ່າຍຜະລິດຕະພັນ.
ຕະຫຼາດ
ປີທີ 1
ປີທີ 2
ປີທີ 3
ປີທີ 4
ປີທີ 5
ພາຍໃນ
95%
90%
85%
80%
75%
ຕ່າງປະເທດ
5%
10%
15%
20%
25%
ລວມ
100%
100%
100%
100%
100%

       ຕາຕະລາງທີ 2 ປະເພດສິນຄ້າທີ່ຂາຍໄດ້ໃນແຕ່ລະມື້ໂດຍສະເລ່ຍ
ລ/ດ
ປະເພດສິນຄ້າ
ຈໍານວນລູກຄ້າ/ມື້
1
ນ້ຳຢາລ້າງຈານ
90 ອັນ/ມື້
2
ນ້ຳຢາສະຫົວ
75 ອັນ/ມື້
3
ນ້ຳຢາປັບຜ້ານຸ້ມ
95 ອັນ/ມື້
4
ນ້ຳຢາລ້າງຫ້ອງ
50 ອັນ/ມື້
5
ສະບູຝຸ່ນ
95 ອັນ/ມື້
         
       1.2. ກຸ່ມຕົວຢ່າງ.
              ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈຄັ້ງນີ້ໄດ້ ແກ່ຈໍານວນລູກຄ້າທີ່ມານໍາໃຊ້ສິນຄ້າ ຈາກບໍລິສັດສະບູຝຸນລາວ ສະນັ້ນ, ພວກນ້ອງໄດ້ສຳຫຼວດ ກ່ຽວກັບການນຳໃຊ້ສິນຄ້າ ຂອງບໍລິສັດສະບູຝຸ່ນຈາກປະຊາຊົນຈາກ 15 ບ້ານ ລວມມີ 200,000 ຄົນ ທີ່ນຳໃຊ້ສິນຄ້າຈາກ ບໍລິສັດ ສະບູຝຸ່ນລາວ ເພື່ອໃຫ້ໄດ້ຕາມຂະໜາດ ຂອງກຸ່ມຕົວຢ່າງທີ່ເໝາະສົມ.



ລ/ດ

ປະເພດສິນຄ້າ


ຈຳນວນປະຊາກອນ

ຈຳນວນກຸ່ມຕົວຢ່າງ

1

ສິນຄ້າຈາກບໍລິິສັດສະບູຝຸ່ນລາວ

200,000 ຄົນ

10 ບ້ານ

 2. ເຄື່ອງມືທີ່ໃຊ້ໃນການສຶກສາ.
       ການວິໄຈຄັ້ງນີ້ໄດ້ນຳເອົາແບບສອບຖາມ (Qusetionnaire) ເປັນເຄື່ອງມືໃນການເກັບກຳລວບລວມຂໍ້ມູນ ເຊິ່ງໄດ້ອອກແບບສອບຖາມໃຫ້ສອດຄອງກັບຈຸດປະສົງ ໂດຍໄດ້ແບ່ງອອກເປັນ 2 ຂັ້ນຕອນດັ່ງນີ້:
         ຂັ້ນຕອນທີ່ 1 :ຂໍ້ມູນສະຖານະພາບ ຂອງຜູ້ຕອບແບບສອບຖາມໄດ້ແກ່ : ເພດ, ອາຍຸ, ສະຖານະພາບຄອບຄົວ,ລະດັບການສຶກສາ, ອາຊີບ ແລະ ລາຍໄດ້ສະເລ່ຍຕໍ່ເດືອນ.
         ຂັ້ນຕອນທີ່ 2: ແບບສອບຖາມກ່ຽວກັບຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນປະສົມ ຂອງການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ລວມມີ 4 ດ້ານຄື: ດ້ານການໃຫ້ການບໍລິການ ດ້ານອາຄານສະຖານທີ່, ດ້ານບຸກຄະລາກອນ ແລະ ດ້ານສົ່ງເສີມການຕະຫຼາດ.
Ø  ລັກສະນະຂອງແບບສອບຖາມ ເປັນແບບມາດຕາສ່ວນປະເມີນຄ່າ (RatingScale) ມີ 5 ລະດັບຄື:
 1. ລະດັບຄວາມເພິ່ງພໍໃຈ       ສູງສຸດ           ໃຫ້ຄະແນນ  5 ຄະແນນ;
           2​. ລະດັບຄວາມເພິ່ງພໍໃຈ       ສູງ               ໃຫ້ຄະແນນ  4 ຄະແນນ;
           3. ລະດັບຄວາມເພິ່ງພໍໃຈ       ປານກາງ         ໃຫ້ຄະແນນ  3 ຄະແນນ;
           4. ລະດັບຄວາມເພິ່ງພໍໃຈ       ຕໍ່າ               ໃຫ້ຄະແນນ  2 ຄະແນນ;
           5. ລະດັບຄວາມເພິ່ງພໍໃຈ       ຕໍ່າທີ່ສຸດ         ໃຫ້ຄະແນນ  1 ຄະແນນ.






  








ແບບສອບຖາມ
(Questionaire)
ຂັ້ນຕອນທີ່ 2
ເປັນແບບວັດຄວາມຄິດເຫັນຂອງຜູ້ຕອບແບບສອບຖາມ
ຂັ້ນຕອນທີ່ 1
ຂໍ້ມູນສະຖານະພາບຂອງຜູ້ຕອບແບບສອບຖາມ
ແບບມາດຕາສ່ວນປະເມີນຄ່າ
(Reting Scale)
ເລືອກຕອບແບບ
(Check List)
 



















ຮູບພາບທີ 1. ຮູບພາບເຄື່ອງມືທີ່ໃຊ້ໃນການວິໄຈ.

  3. ວິທີການລວບລວມຂໍ້ມູນ.
       1. ຜູ້ວິໄຈພິມແບບສອບຖາມແຈກຢາຍ.
       2. ພິມໃບສະເໜີ ແລະ ຕິດຕໍ່ພົວພັນ ຂໍອະນຸຍາດແຈກແບບສອບຖາມ.
       3. ຂໍ້ຄວາມຊ່ວຍເຫຼືອນຳຄູອາຈານ ແລະ ນັກຮຽນນັກສຶກສາຈຳນວນໜຶ່ງ.
       4. ແຈກແບບສອບຖາມໃຫ້ແກ່ຜູ້ທີ່ນຳໃຊ້ສິນຄ້າຈາກກຸ່ມຕົວຢ່າງຮ່ວມກັບຄູອາຈານ ແລະ ນັກສຶກສາທີ່ໄດ້ໃຫ້ຄຳແນະນຳແບບການສອບຖາມ ເຈົ້າຂອງທຸລະກິດທີ່ໃຫ້ຄວາມຮ່ວມມືແກ່ການສອບຖາມ ຂອງນັກສຶກ ແລະ ລູກຄ້າທີ່ມາສອບຖາມເປັນຢ່າງດີ.
       5. ຂໍ້ມູນທີ່ໄດ້ລວບລວມໄດ້ ຈາກແບບການສອບຖາມກວດກາຄືນ ກວດສອບຄວາມສົມບູນ ແລະຄວາມສອດຄ່ອງຂອງເຈົ້າ ຂອງທຸລະກິດ ທີ່ໃຫ້ຄຳຕອບແກ່ລູກຄ້າທຸກໆ ຂໍ້ດອ້ຍຕົນເອງ ຫຼັງ ຈາກນັ້ນກໍລົງລະຫັດ (Coding) ຕາມກໍານົດໄວລ່ວງໜ້າ.






                                                                                   ຈັດພິມແບບສອບຖາມອອກແຈກຢາຍ.


ພິມໃບສະເໜີຂໍອະນຸດມັດແຈກແບບສອບຖາມ ຢູ່ວິທະຍາໄລເຕັກນິກແຂວງວຽງຈັນ.
 









        
ຈັດຝຶກອົບຮົມໃຫ້ແກ່ຄູອາຈານຈຳນວນໜຶ່ງ.
ເກັບລວບລວມແບບສອບຖາມ.
 






            
       


ຮູບພາບທີ 2. ຮູບພາບການແຈກຢາຍອອກແບບສອບຖາມ.

        ການຄົ້ນຄວ້າ ວິໄຈຄັ້ງນີ້ ຜູ້ວິໄຈໄດ້ນໍາເອົາຂໍ້ມູນທີ່ໄດ້ລວບລວມຈາກແບບສອບຖາມມາດໍາເນີນການວິເຄາະຂໍ້ມູນທາງດ້ານສະຖິຕິໂດຍໃຊ້ຄອມພິວເຕີສໍາລັບຮູບ ເຊິ່ງຜູ້ວິໄຈໄດ້ແຍກການວິເຄາະອອກເປັນ 2 ຂັ້ນຕອນຕາມຈຸດປະສົງການຄົ້ນຄວ້າຄັ້ງນີ້:
         ຂັ້ນຕອນທີ່ 1. ຂໍ້ມູນກ່ຽວກັບສະຖານະພາບ ຂອງຜູ້ແບບສອບຖາມທີ່ເປັນກຸ່ມຕົວຢ່າງ ການໃຊ້ການວິເຄາະຫາຄວາມຖີ່ ແລະ ຄ່າສ່ວນຮ້ອຍ ແລ້ວ ນຳສະເໜີໃນຮູບຕາຕະລາງປະກອບຄຳບັນຍາຍ.
         ຂັ້ນຕອນທີ່ 2. ຜົນການວິເຄາະຂໍ້ມູນຄວາມເພິ່ງພໍໃຈ ຂອງລູກຄ້າທີ່ມີຕໍ່ ສີນຄ້າການບໍລິສັດສະບູຝຸ່ນລາວໃນ 4 ດ້ານຄື: ດ້ານການໃຫ້ການບໍລິການ, ດ້ານອາຄານສະຖານທີ່, ດ້ານບຸຄະລາກອນ ແລະ ດ້ານສົ່ງເສີມກຕະຫຼາດໃຊ້ການວິເຄາະ ໂດຍວິທີ່ຫາຄ່າສະເລ່ຍ ນໍາຄ່າສະເລ່ຍມາທຽບແລ້ວນໍາສະເໜີໃນຮູບແບບຕາຕະລາງ ປະກອບຄຳບັນຍາຍ.






ບົທີ 4
ຜົນການສຶກສາ

 1. ສັນຍາລັກ ທີ່ໃຊ້ໃນການວິເຄາະຂໍ້ມູນ.
     ເພື່ອສ້າງຄວາມເຂົ້າໄຈໃຫ້ຄືກັນ ໃນການສະເໜີຜົນວິເຄາະຂໍ້ມູນ ຜູ້ວິໄຈໄດ້ກຳນົດສັນຍາລັກທີ່ໃຊ້ໃນການວິເຄາະຂໍ້ມູນດັ່ງນີ້:
       X  ແທນ  ຄະແນນຄ່າສະເລ່ຍ (mean ).
       P  ແທນ  ຈຳນວນຄົນໃນກຸ່ມຕົວຢ່າງ.
       V  ແທນ  ຄວາມມີໃນໄລຍະສໍາຄັນທາງສະຖິຕິທີ່ລະດັບ 5.

 2. ການສະເໜີຜົນການວິເຄາະຂໍ້ມູນ.
      ການວິເຄາະຂໍ້ມູນກຽ່ວກັບຄວາມເພິ່ງພໍໃຈ ຂອງລູກຄ້າທີ່ຕໍ່ສ່ວນປະສົມທາງການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ຄັ້ງນີ້ຜູ້ນຳສະເໜີການວິເຄາະຂໍ້ມູນ ໂດຍໃຊ້ຕາຕະລາງປະກອບຄວາມບັນຍາຍຈຳແນກອອກເປັນ 2 ຂັ້ນຕອນດັ່ງນີ້:
      ຕອນທີ່ 1: ສະຖານະພາບ ຂອງຜູ້ຕອບແບບສອບຖາມ.
      ຕອນທີ່ 2: ຜົນຂອງການວິເຄາະ.
                 - ຜົນຂອງການວິເຄາະຄວາມເພິ່ງພໍໃຈ ຂອງລູກຄ້າ ຕໍ່ປະສົບການທາງຕະຫລາດ ຂອງບໍລິສັດສະບູຝຸ່ນລາວ ໂດຍໃຊ້ວິທີຫາຄ່າສະເລ່ຍ (Mean ).

 3. ຜົນການວິເຄາະຂໍ້ມູນ.
      ຕອນທີ່ 1: ສະຖານະພາບ ຂອງຜູ້ຕອບແບບສອບຖາມກຸ່ມຕົວຢ່າງໃນການວິໄຈ ຄວາມເພິ່ງພໍໃຈຂອງລູກຄ້າຕໍ່ສ່ວນປະສົມທາງດ້ານການຕະຫລາດ ຂອງບໍລິສັດສະບູຝຸ່ນລາວຜົນການວິເຄາະສະຖານະພາບຂອງຜູ້ຕອບແບບສອບຖາມ ຈຳແນກຕາມຄວາມຖີ່ ແລະເປັນຄ່າສ່ວນຮອ້ຍ ດັ່ງມີລາຍລະອຽດຕາມຕາຕະລາງດັ່ງຕໍ່ໄປນີ້:
       ຕາຕະລາງ 1: ສະແດງຄວາມຖີ່ ແລະ ຄ່າສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ຄວາມເພິ່ງພໍໃຈຂອງລູກຄ້າ ຕໍ່ສ່ວນປະສົມການຕະຫຼາດຂອງບໍລິສັດສະບູຝຸ່ນລາວ ຈຳແນກຕາມເພດ.

ລ/ດ
ສະຖານະພາບຂອງຜູ້ຕອບແບບສອບຖາມ
ຄວາມຖີ່
ຄິດເປັນສ່ວນຮ້ອຍ
1
ຊາຍ
116
50%
2
ຍິງ
156
50%
ລວມ
272
100%

       ຕາຕະລາງ 2: ສະແດງຄວາມຖີ່ ແລະ ຄ່າສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມຄວາມເພິ່ງພໍໃຈຂອງລູກຄ້າ ຕໍ່ສ່ວນປະສົມການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ຈຳແນກຕາມອາຍຸ.

ລ/ດ
ສະຖານະພາບຂອງຜູ້ຕອບແບບສອບຖາມ
ຄວາມຖີ່
ຄິດເປັນສ່ວນຮ້ອຍ
1
              ຕໍ່າກ່ວາ 20 ປີ
100
36,76
2
              20-30 ປີ
67
20,22
3
              30-40 ປີ
55
14,70
4
              40-50
40
3,67
5
              50 ຂື້ນໄປ
10
24,63
ລວມ
272
99,98
        
       ຈາກຕາຕະລາງຂ້າງເທິງ ເຮັດໃຫ້ພວກເຮົາຮູ້ວ່າ ຜູ້ຕອບແບບສອບຖາມສ່ວນຫຼາຍອາຍຸຕ່ຳ 20 ປີໃນຈຳນວນ 100 ຄົນເທົ່າກັບ 36,76, ເປັນອັນດັບໜຶ່ງ ອັນດັບທີ່ສອງ ອາຍຸລະຫວ່າງ 20- 30 ປີໃນຈໍານວນ 67 ຄົນເທົ່າກັບ 20,22, ອັນດັບທີ່ສາມ ອາຍຸລະຫ່ວາງ 30-40 ຄົນເທົ່າກັບ 14,70, ອັນດັບທີ່ສີ່ ອາຍຸລະຫວ່າງ 40-50 ປີໃນຈໍານວນຄົນ 40 ຄົນເທົ່າກັບ 3,67, ອັນດັບທີ່ຫ້າອັນດັບສຸດທ້າຍ ໃນລະຫ່ວາງ 50 ປີຂຶ້ນນຳໄປ.
       ຕະຕະລາງ 3 ສະແດງຄວາມຖີ່ ແລະ ຄ່າສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມຄວາມເພິ່ງພໍໃຈຂອງລູກຄ້າຕໍ່ສ່ວນປະສົມການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວສະຖານະພາບຄອບຄົວ.

ລ/ດ
ສະຖານະພາບຂອງຜູ້ຕອບແບບສອບຖາມ
ຄວາມຖີ່
ຄິດເປັນສ່ວນຮ້ອຍ
1
ໂສດ
100
36,76
2
ແຕ່ງງານ
100
36,76
3
ອື່ນໆ
72
26,47
ລວມ
272
99,98
       
      ຈາກຕາຕະລາງຂ້າງເທິງພວກເຮົາຮູ້ວ່າ ຜູ້ຕອບແບບສອບຖາມສ່ວນຫຼາຍມີສະຖານະ ໂສດ ແລະ ແຕ່ງງານ, ສະຖານະໂສດຈຳນວນ 100 ຄົນເທົ່າກັບ 36,76, ສະຖານະແຕ່ງານແລ້ວຈໍານວນ 100 ຄົນເທົ່າກັບ 36,76, ສ່ວນອື່ນໆແມ່ນມີຈຳນວນ 72 ຄົນເທົ່າກັບ 26,47,ຄົນ.
       ຕາຕລາງ 4 ສະແດງຄວາມຖີ່ ແລະ ຄ່າສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ຄວາມເພິ່ງພໍ່ໃຈຂອງລູກຄ້າຕໍ່ສ່ວນປະສົມ ຂອງບໍລິສັດສະບູຝຸ່ນລາວ ຕາມລະດັບການສຶກສາ.
ລ/ດ
ສະຖານະພາບຂອງຜູ້ຕອບແບບສອບຖາມ
ຄວາມຖີ່
ຄິດເປັນສ່ວນຮ້ອຍ
1
ຕໍ່າກ່ວາຊັ້ນສູງ
172
63,23
2
ຊັ້ນສູງ
50
18,38
3
ປະລິຍາຕີ
25
9,19
4
ສູງກ່ວາປະລິຍາຕີ
25
9,19
ລວມ
272
99,98
     






  ຈາກຕາຕະລາງຂ້າງເທິງໃຫ້ເຮົາຮູ້ວ່າ ຜູ້ຕອບແບບສອບຖາມສ່ວນຫຼາຍແລ້ວມີລະດັບການສຶກສາຕໍ່າກ່ວາຊັ້ນສູງກວມເອົາອັດຕາສ່ວນຫຼາຍເປັັັນອັນດັບໜຶ່ງ ໃນຈຳນວນ 172 ຄົນເທົ່າກັບ 63,23, ອັນດັບທີ່ສອງໄດ້ແກ່ໃນຈຳນວນຊັ້ນສູງ 50 ຄົນເທົ່າກັບ 18,38, ອັນດັບທີ່ສາມ ແລະ ອັນດັບທີ່ສີ່ຈະມີອັດຕາຄວາມຖີ່ເທົ່າກັນຄື 25 ຄົນເທົ່າກັບ 9,19 ຄົນ.
       ຕາຕະລາງ 5 ສະແດງຄວາມຖີ່ ແລະ ຄ່າສ່ວນຮ້ອຍຂອງຜູ້ຕອບແບບສອບຖາມ ຄວາມເພິ່ງພໍໃຈຂອງລູກຄ້າ.
ລ/ດ
ສະຖານະພາບຂອງຜູ້ຕອບແບບສອບຖາມ
ຄວາມຖີ່
ຄິດໄລ່ເປັນສ່ວນ
1
ຄະນະຜູ້ບໍລິຫານ
10
3,67
2
ຄູ່ສອນ
60
22,05
3
ພະນັກງານບໍລິຫານ
30
11,02
4
ນັກສຶກສາ
130
47,79
5
ພະນັກງານສັນຍາຈ້າງ
42
15,44
ລວມ
272
99,98
         
       ຈາກຕາຕະລາງຂ້າງເທິງ ເຮົາຮູ້ວ່າຜູ້ຕອບແບບສອບຖາມຈຳນວນຫຼາຍ ມີອາຊີບເປັນນັກສຶກສາກວມເອົາເປັນອັດຕາສ່ວນຫຼາຍ ອັນດັບໜຶ່ງຈຳນວນ 130 ຄົນເທົ່າກັບ 47,79, ອັນດັບທີ່ສອງມີອາຊີບເປັນຄູ
ຈຳນວນ 60 ຄົນເທົ່າກັບ 22,05,%ອັນດັບທີ່ສາມອາຊີບພະນັກງານສັນຍາຈ້າງຈຳນວນ 42 ຄົນເທົ່າກັບ 15,44, ອັນດັບທີ່ສີ່ອາຊີບພະນັກງານບໍລິຫານ 30 ຄົນເທົ່າກັບ 11,02, ອັນດັບທີ່ຫ້າອາຊີບຄະນະຜູ້ບໍລິຫານ ໃນຈຳນວນ 10 ຄົນເທົ່າກັບ 3,67, ຄົນ.%
       ຕາຕະລາງ 6 ສະແດງຄວາມຖີ່ ແລະ ຄ່າສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມຄວາມເພິ່ງພໍໃຈຂອງລູກຄ້າຕໍ່ສ່ວນປະສົມ ຂອງການຕະຫຼາດ ຂອງບໍລິສັດສະບູຝຸນລາວລາຍຕໍ່ໄດ້ ຂອງຄອບຄົວສະເລ່ຍຕໍ່ເດືອນ.

ລ/ດ
ສະຖານະພາບຂອງຜູ້ຕອບແບບສອບຖາມ
ຄວາມຖີ່
ຄິດເປັນສ່ວນຮ້ອຍ
1
500,000
40
14,70
2
500,000-700,000
92
33,82
3
1,000,000-2,000,000
90
33,08
4
2,000,000-3,000,000
30
11,02
5
 3,000,000
20
7,35
ລວມ
272
99,98
       
       ຈາກຕາຕະລາງຂ້າງເທິງພວກເຮົາຮູ້ວ່າຜູ້ຕອບແບບສອບຖາມສ່ວນຫຼາຍແມ່ນມີລາຍໄດ້ສະເລ່ຍ 500,000-700,000. ໃນຈຳນວນ 92 ຄົນ ເທົ່າກັບ 33,82%ອັນດັບທີ່ສອງແມ່ນມີລາຍໄດ້ສະເລ່ຍຕໍ່.
ເດືອນແມ່ນ 1,000,000-2,000,000 ໃນຈຳນວນ 90 ຄົນເທົ່າກັບ 33,08, ອັນດັບທີ່ສາມແມ່ນມີລາຍໄດ້ສະເລ່ຍ ຕໍ່ກ່ວາ 500,000 ໃນຈຳນວນ 40 ຄົນເທົ່າກັບ 14,70, ອັນດັບທີ່ສີ່ແມ່ນຜູ້ທີ່ມີລາຍໄດ້ສະເລ່ຍ 2,000,000-3,000,000 ໃນຈໍານວນ 30 ຄົນເທົ່າກັບ 11,02, ອັນດັບທີ່ສີ່ແມ່ນຜູ້ທີ່ມີລາຍໄດ້ສະເລ່ຍ 3,000,000 ຂື້ນໄປໃນຈຳນວນ 20 ຄົນເທົ່າກັບ 7,35%ຄົນ.
        ຕາຕະລາງ 7 ຄະແນນສະເລ່ຍ ແລະ ລະດັບຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນປະສົມ ຂອງການຕະຫຼາດຂອງບໍລິສັດສະບູຝຸ່ນລາວ ໂດຍລວມທຸກດ້ານ.

ຂໍ້
ຄວາມເພິ່ງພໍໃຈຂອງລູກຄ້າ
X
ຄວາມເພິ່ງພໍໃຈ
1
ດ້ານການໃຫ້ບໍລິການ
4.38
ສູງ
2
ດ້ານອາຄານສະຖານທີ່
4.23
ສູງ
3
ດ້ານບຸກຄະລາກອນ
3.76
ສູງ
4
ດ້ານການສົ່ງເສີມການຕະຫຼາດ
3.20
ປານກາງ
ລວມ
4.38
ສູງ
           
        ຈາກຕາຕະລາງ ຂ້າງເທິງພວກເຮົາຮູ້ວ່າຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນປະສົມການຕະຫຼາດຂອງບໍລິສັດສະບູຝຸ່ນລາວ ໂດຍລວມຢູ່ໃນລະດັບສູງ (x=3.20), ແລະເມື່ອພິຈາລະນາເປັນ ແຕ່ລະດ້ານ ພົບລະດ້ານ ທຸກດ້ານ ຢູ່ໃນລະດັບສູງ ລຽງລຳດັບຄະແນນສະເລ່ຍ ແຕ່ສູງຫາຕໍ່າ ໃນ 3 ອັນດັບທຳອິດຄື: ດ້ານການບໍລິການ (x =4.38), ດ້ານອາຄານສະຖານທີ່ (x=4.23), ແລະ ດ້ານບຸກຄະລາກອນ(x=3.20).
         ຕາຕະລາງ 8 ຄະແນນສະເລ່ຍ ( Mean) ແລະ ລະດັບຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນປະສົມການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ດ້ານການໃຫ້ບໍລິການ.

ລະດັບ
ຄວາມເພິ່ງພໍໃຈຂອງລູກຄ້າ(ດ້ານການໃຫ້ບໍລິການ)
X
ຄວາມເພິ່ງພໍໃຈ
1
ການບໍລິການກວດສອບຖາມຂໍ້ມູນ
4.48
ດີ
2
ຄວາມຮັບປະກັນຂອງສິນຄ້າ
4.10
ດີ
3
ໃຊ້ສະບູຝຸ່ນທີ່ມີຄຸນນະພາບດີ
4.56
ດີທີ່ສຸດ
ລວມ
4.38
ດີ
          
        ຈາກຕາຕະລາງຂ້າງເທິງພວກເຮົາຮູ້ວ່າຄວາມເພິ່ງພໍໃຈ ຂອງລູກຄ້າ ທີ່ມີຕໍ່ສ່ວນປະສົມການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ໃນດ້ານການໃຫ້ບໍລິການ ໂດຍລວມແມ່ນຢູ່ໃນລະດັບດີ ( x =4.38 )ແລະ ເມື່ອພິຈາລະນາເປັນແຕ່ລະດ້ານພົບວ່າ ໃນທຸກດ້ານແມ່ນຢູໃນລະດັບສູງ ເຊິ່ງລຽງລຳດັບຄະແນນສະເລ່ຍແຕ່ສູງຫາຕໍ່າໃນ 3 ອັນດັບທຳອິດຄື: ການໃຊ້ໄດ້ຮັບຜົນດີ ສະດວກສະບາຍຊັກເຄື່ອງ ໃຫ້ຂາວສະອາດອັນດັບທີ່ 2 ດ້ານຄວາມຮັບປະກັນສິນຄ້າ ທີ່ມີຄຸນນະພາບດີ ແລະ ອັນດັບທີ່ 3 ໃຊ້ແລ້ວເຮັດໃຫ້ລູກຄ້າຍອມຮັບວ່າໃຊ້ໄດ້ດີ ນັ້ນກໍຄືຄວາມເພິ່ງພໍໃຈ ຂອງລູກຄ້າທີ່ໃຊ້ສະບູຝຸ່ນລາວ ມີຄ່າສະເລ່ຍສູງ ( x =4.10).
         ຕາຕະລາງທີ 9 ຄະແນນສະເລ່ຍ(Mean)ແລະ ລະດັບຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນປະສົມການຕະຫລາດ ຂອງບໍລິສັດສະບູຝຸ່ນລາວອາຄານສະຖານທີ່.

ລ/ດ
ຄວາມເພິ່ງພໍໃຈຂອງລູກຄ້າ (ດ້ານອາຄານສະຖານທີ່)
X
ຄວາມເພິ່ງພໍໃຈ
1
ສະຖານທີ່ຂອງມີຄວາມສະອາດສວຍງາມ
3,98
ດີ
2
ມີປ້າຍບອກຈຸດໃຫ້ບໍລິການໃຫ້ເຫັນຢ່າງຊັດເຈນ
3,67
ດີ
3
ສະຖານທີ່ຈົດລົດພໍພຽງ
4,73
ດີທີ່ສຸດ
4
ບອ່ນນັ່ງລໍຖ້າມີພຽງພໍກັບຈຳນວນລູກຄ້າ
4,54
ດີທີ່ສຸດ
ລວມ
4,23
ດີ
         
        ຈາກຕາຕະລາງຂ້າງເທິງ ສະແດງໃຫ້ເຫັນວ່າ ຄວາມເພິ່ງພໍໃຈ ຂອງລູກຄ້າທີ່ມີຕໍ່ສ່ວນປະສົມການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ໃນດ້ານອາຄານສະຖານທີ່ ໂດຍລວມແມ່ນຢູ່ໃນລະດັບສູງ ເຊິ່ງມີຄ່າສະເລ່ຍ (x =4.23) ແລະ ເມື່ອພິຈາລະນາເປັນ ແຕ່ລະຂໍ້ປະກົດຜົນ ແລະ ໄດ້ຈັດລຽງລຳດັບຄະແນນສະເລ່ຍແຕ່ສູງຫາຕໍ່າ ໃນ 3 ອັບດັ່ງຕໍ່ໄປນີ້: ສະຖານທີ່ຈົດລົດພຽງພໍ ແມ່ນຢູ່ລະດັບຄວາມເພິ່ງພໍໃຈທີ່ສູງສຸດ ເປັນອັບທີ່ອິດມີຄ່າສະເລ່ຍ ( x =4.73 ) ອັນດັບທີ່ສອງ ແມ່ນບອ່ນນັ່ງລໍຖ້າພຽງພໍ ກັບຈຳນວນລູກຄ້າມີລະດັບຄວາມເພິ່ງພໍໃຈສູງທີ່ສຸດ ຮອງລົງມາມີຄ່າສະເລ່ຍ ( x =4.45 ) ແລະ ອັນດັບທີ່ສາມແມ່ນມີປ້າຍບອກຈຸດໃຫ້ບໍລິການໃຫ້ເຫັນ ຢ່າງຊັດເຈນ ມີລະດັບຄວາມເພິ່ງພໍໃຈສູງມີຄ່າສະເລ່ຍ ( x =3.67 ).
         ຕາຕະລາງ 10 ຄະແນນສະເລ່ຍ ແລະ ລະດັບຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນຂອງການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ດ້ານບຸຄະລາກອນ.

ລ/ດ
ຄວາມເພິ່ງພໍໃຈ ຂອງລູກຄ້າ(ດ້ານບຸກຄະລາກອນ)
X
ຄວາມເພິ່ງພໍໃຈ
1
ພະນັກງານແຕ່ງກາຍສຸພາບ ແລະ ຖືກຕ້ອງຕາມຊຸດຂອງບໍລິສັດ
3.39
ປານກາງ
2
ສິນຄ້າມີຄຸນນະພາບດີ ສະອາດ
4.26
ປານກາງ
3
ມີເຕັກໂນໂລຊີທີ່ທັນສະໄໝ
3.64
ສູງ
4
ສິນຄ້າທຸກອັນໄດ້ມາດຕະຖານສາກົນ
3.56
ສູງ
ລວມ
3.76
ສູງ
    
         ຈາກຕາຕະລາງຂ້າງເທິງ ຄວາມເຮົາຮູ້ວ່າລະດັບຄວາມ ເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນປະສົມ ຂອງການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ໃນດ້ານບຸກຄະລາກອນ ໂດຍແມ່ນຢູ່ໃນລະດັບສູງ ເຊິ່ງມີຄ່າສະເລ່ຍ (x=3.76) ເມື່ອພິຈາລະນະແຕ່ລະຫົວຂໍ້ປະກົດຜົນ ແລະ ໄດ້ຈັດລໍາດັບຄະແນນສະເລ່ຍແຕ່ສູງຫາຕໍ່າໃນສາມອັນດັບ ອັນດັບທີ່ໜຶ່ງ ແມ່ນພະນັກງານແຕ່ງກາຍສຸພາບ ແລະ ສະອາດຮຽບຮ້ອຍ ມີລະດັບຄວາມເພິ່ງພໍໃຈສູງ (x=4.26) ອັນດັບທີ່ສອງແມ່ນສິນຄ້າມີຄຸນນະພາບດີ ສະອາດ ຄວາມເພິ່ງພໍໃຈຂອງລູກຄ້າ(x=3.84) ອັນດັບສຸດທ້າຍແມ່ນພະນັກງານແຕ່ງກາຍສຸພາບ ແລະ ສະອາດຮຽບຮ້ອຍ (x=3.56)                                                                                            ຕາຕະລາງ 11 ຄະແນນສະເລ່ຍ ແລະ ລະດັບຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນປະສົມ ຂອງການຕະຫຼາດຂອງບໍລິສັດສະບູຝຸ່ນລາວ ດ້ານການສົ່ງເສີມການຕະຫຼາດ.

ລ/ດ
ຄວາມເພິ່ງພໍໃຈຂອງລູກຄ້າ(ດ້ານການສົ່ງເສີມການຕະຫຼາດ)
X
ຄວາມເພິ່ງພໍໃຈ
1
ມີໂປໂມຊັນ ຊື້ສິນຫຼາຍຮັບຂອງຂວັນຈາກທາງບໍລິສັດສະບູຝຸ່ນລາວ ເສື້ອ. ໝວກ. ຖົງ ແລະອື່ນໆ.

2.69
     ສູງສຸດ
2
ມີການໂຄສະນາ ແລະ ປະຊາສຳພັນໃນດ້ານຕ່າງໆ ເຊັ່ນ:ໂທລະພາບ, ການແຈກໃບປິ່ວ ,ໜັງສືພີມ.

3.63
      ສູງ
3
ມີການໃນການແນະນຳໃຊ້ສິນຄ້າຢ່າງຖືກຕ້ອງ.
3.28
ປານກາງ
ລວມ
3.20
ສູງ
      
        ຈາກຕາຕະລາງຂ້າງເທິງ ພວກເຮົາຮູ້ວ່າ ລະດັບຄວາມເພິ່ງໃຈ ຂອງລູກຄ້າຕໍ່ສ່ວນປະສົມ ຂອງການຕະຫຼາດຂອງບໍລິສັດສະບູຝຸ່ນລາວ ໃນດ້ານການສົ່ງເສີມການຕະຫຼາດ ໂດຍມີການຈັດລຳດັບຄະແນນສະເລ່ຍອັນດັບທີ່ໜຶ່ງ ດ້ານການສົ່ງເສີມທາງໂປໂມຊັນສິນຄ້າຊື້ສິນຄ້າຫຼາຍຮັບ ເສື້ອ ,ໝວກ, ຖົງປື້ມຢູ່ໃນລະດັບສູງສຸດ (x=2.69) ອັນດັບທີ່ສອງ ດ້ານການສົ່ງເສີມການໂຄສະນາປະຊາຊຳສຳພັນ ເຊັ່ນ: ດ້ານໂທລະພາບ, ການແຈກໃບປິ່ວ, ດ້ານໜັງສືພິມຢູ່ໃນລະດັບສູງ (x=3.63), ອັນດັບທີ່ສາມ ດ້ານການສົ່ງເສີມການຕະຫຼາດມີການໃນການແນະນຳສິນຄ້າຕ່າງຖືກຕ້ອງ (x=3.28).


















ບົດທີ 5
ສະຫຼຸບ ແລະ ຂໍ້ສະເໜີ

        ການວິໄຈຄັ້ງນີ້ກ່ຽວກັບຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ກັບສ່ວນປະສົມ ຂອງການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ໂດຍມີຈຸດປະສົງ ເພື່ອສຶກສາຫາລະດັບຄວາມເພິ່ງພໍໃຈ ຂອງລູກຄ້າທີ່ມີແນວຄິດກ່ຽວກັບບໍລິສັດສະບູຝຸ່ນລາວ ເພື່ອປຽບທຽບຄວາມເພິ່ງພໍໃຈ ຂອງລູກຄ້າຈຳນວນຕາມເພດ, ອາຍຸ, ສະພາບດ້ານຄອຍຄົວ, ລະດັບການສືກສາ,ອາຊີບ ແລະ ລາຍໄດ້ສະເລ່ຍຕໍ່ເດືອນ, ປະຊາກອນທີ່ໃຊ້ໃນການວິໄຈຄັ້ງນີ້ໄດ້ແກ່ ລູກຄ້າທີ່ເຂົ້າມາຊົມໃຊ້ສິນຄ້າຈາກບໍລິສັດ.

1.   ຈຸດດີຂອງໂຄງງານ.
           ຜ່ານການຈັດຕັ້ງປະຕິບັດ ແລະ ສຶກສາກ່ຽວກັບການຜະລິດສະບູຝຸ່ນລາວ ເຫັັນວ່າເປັນບໍລິສັດ ໜຶ່ງທີ່ມີຈັງຫວະການຂະຫຍາຍຕົວທາງດ້ານການຜະລິດສິນຄ້າອອກຈຳໜ່າຍໃຫ້ແກ່ ຜູ້ບໍລິໂພກໄດ້ຊົມໃຊ້ຕາມຄວາມຕ້ອງການ ພ້ອມນັ້ນຍັງ ເປັນບໍລິສັດມີຈຸດເດັ່ນ ຢູ່ທີ່ຜະລິດຕະພັນຂອງບໍລິສັດເປັນສິນຄ້າທີ່ຈຳເປັນກັບການນຳໃຊ້ເຂົ້າໃນຊີວິດປະຈຳວັນ ຂອງບັນດາປະຊາກອນທຸກຄົນ ກໍ່ຄືເປັນສິ່ງຈຳເປັນຊ່ວຍຮັກສາສຸຂະອະນາໄມ ເພື່ອກຳຈັດເຊື້ອໂລກຕ່າງໆໃຫ້ໝົດໄປ.

     2. ຈຸດອ່ອນຂອງໂຄງງານ.
           ແຫຼ່ງທຶນຂອງບໍລິສັດ ແມ່ນເປັນການລົງທຶນແຕ່ພຽງຜູ້ດຽວ ແລະ ຕ້ອງຮັບຜິດຊອບຕໍ່ໜີ້ສິນທັງໝົດຂອງບໍລິສັດແຕ່ພຽງຜູ້ດຽວ ແລະ ພວມປະສົບບັນຫາຄວາມຫຍຸ້ງຍາກ ຫຼື ຫຼຸບທຶນໃນການເຄື່ອນໄຫວທຸລະກິດ ແຕ່ພາຍຫຼັງໄດ້ນຳໃຊ້ວິທີການດ້ານການເງິນ ອັນຈຳເປັນແລ້ວ ແຕ່ກໍ່ຍັງບໍ່ສາມາດຊຳລະໜີ້ສິນໄດ້ຕາມກຳນົດເວລາ,ແຫຼ່ງວັດຖຸດິບ ແມ່ນນຳເຂົ້າມາຈາກຕ່າງປະເທດທັງໝົດ ອັນເຮັດໃຫ້ຕ້ອງສູນເສຍຄ່າໃຊ້ຈ່າຍ ຫຼື ຕ້ອງໄດ້ໃຊ້ຕົ້ນທຶນ ໃນການນຳເຂົ້າວັດຖຸດິບສູງຂຶ້ນ.ເປັນບໍລິສັດສ້າງຕັ້ງໃໝ່ ເຮັດໃຫ້ມີຄວາມຈຳເປັນຕ້ອງໄດ້ໃຊ້ທຶນໃນການໂຄສະນາປະຊາສຳພັນ ເພື່ອໃຫ້ປະຊາຊົນຫັນມາຊົມໃຊ້ຜະລິດຕະພັນ ຂອງບໍລິສັດ.

     3. ບົດຮຽນທີ່ທອດຖອນໄດ້.
         ໂດຍທົ່ວໄປຜະລິດຕະພັນໃດໜຶ່ງຈະປະສົບຜົນສຳເລັດໃນການຜະລິດໄດ້ ແມ່ນຂຶ້ນຢູ່ກັບຄວາມຕ້ອງການຂອງລູກຄ້າຢູ່ໃນຕະຫຼາດນັ້ນ ແລະ ອີກດ້ານໜຶ່ງກໍ່ຂຶ້ນຢູ່ກັບຄູ່ແຂ່ງທີ່ມີຢູ່ໃນຕະຫຼາດນັ້ນ ຕາມຄວາມຈິງແລ້ວຜະລິດຕະພັນ ຈະປະສົບຜົນສຳເລັດໃນການຜະລິດ ຂອງເຮົາເອງຕ້ອງໄດ້ມີຍຸດທະສາດກຳນົດຮູບແບບ ຂອງຜະລິດຕະພັນ, ສ້າງຄວາມແຕກຕ່າງ ຂອງຜະລິດຕະພັນ ຕາມຄວາມສາມາດຊື້ສິນຄ້າ ຂອງລູກຄ້າ ພ້ອມທັງຈັດວາງຜະລິດຕະພັນ ເຂົ້າສູ່ຕະຫຼາດ ພາຍຫຼັງທີ່ໄດ້ເລືອກລູກຄ້າກຸ່ມເປົ້າໝາຍຕະຫຼາດ, ຖ້າເຮົາສາມາດຕັ້ງລາຄາສູງ ເພື່ອໃຫ້ມີກຳໄລສູງ ແຕ່ວ່າຖ້າເຮົາຕັ້ງລາຄາຂອງສິນຄ້າສູງ ແລະ ສິ່ງກີດຂວາງໃນການດຳເນີນງານຕ່ຳ, ຄູ່ແຂ່ງຈະເຂົ້າມາຕະຫຼາດນີ້ທັນທີ ແລະ ຕັ້ງລາຄາໃຫ້ຕໍ່າລົງກວ່າ ຂອງບໍລິສັດສະນັ້ນ, ໂດຍພວກເຮົາແມ່ນອີງໃສ່ວິທີການທີ່ສຳຄັນ ໃນການສ້າງຄວາມແຕກຕ່າງທາງດ້ານປະລິມານ ແລະ ລາຄາຂອງສະບູຝຸ່ນ ເຊິ່ງໃນສະເພາະໜ້າຜະລິດຕະພັນ ຂອງບໍລິສັດ ຈະບໍ່ໄດ້ປະເຊີນກັບການແຂ່ງຂັນໜັກໜ່ວງປານໃດ ເພາະຕະຫຼາດລາວປະຈຸບັນ ສິນຄ້າປະເພດນີ້ຍັງບໍ່ທັນມີ ຫຼື ມີກໍ່ຍັງໜ້ອຍ.
  
    4. ສະຫຼຸບຜົນການວິເຄາະຂໍ້ມູນ.
          ຈາກການວິເຄາະຂໍ້ມູນທາງດ້ານການສຶກສາຄວາມເພິ່ງພໍໃຈ ຂອງລູກຄ້າທີ່ມີຕໍ່ສ່ວນປະສົມຂອງການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ສະຫຼຸບເນື້ອໃນສຳຄັນດັ່ງນີ້:
          -  ດ້ານການໃນການບໍລິການໃນລະດັບສູງໂດຍມີຫົວຂໍ້ມີຄະແນນສະເລ່ຍສູງສຸດຄື: ບໍລິສັດສະບູຝຸ່ນລາວມີການພັດທະນາຮູບແບບສິນຄ້າໃຫ້ຫຼາຍກ່ວາເກົ້າ ແລະ ມີຫຼາຍສິ່ງຫຼາຍຢ່າງຕື່ມອີກ.
          - ດ້ານອາຄານສະຖານທີ່ຢູ່ໃນລະດັບສູງໂດຍມີຄະແນນສະເລ່ຍສູງສຸດຄື: ທີ່ຕັ້ງ ຂອງບໍລິສັດສະບູຝຸ່ນລາວມີຄວາມສະດວກສະບາຍໃນການນຳສົ່ງສິນຄ້າ ມີສິນຄ້າທີ່ໄດ້ມາດຕະຖານ ແລະ ຂໍ້ທີ່ມີຄະແນນສູງຄື ຄວາມເປັນລະບຽບ ຂອງພະນັກງານໃນບໍລິສັດ ການແຕ່ງຕົວຖືກຕາມແບບທາງບໍລິສັດອອກແບບມາໃຫ້ມີການເວົ້າຈາກັບລູກຄ້າທີ່ອ່ອນໂຍນໃນການຂາຍສິນຄ້າ.
          - ດ້ານບຸກຄະລາກອນຢູ່ໃນລະດັບສູງຂໍ້ທີມີຄະແນນສູງສຸດຄື ມີສິນຄ້າຫຼາຍ,ມີການນໍາໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ ສິນຄ້າທຸກອັນຈາກ ບໍລິສັດສະບູຝຸ່ນລາວລ້ວນແລ້ວແຕ່ໄດ້ມາດຕະຖານສາກົນ.
          - ດ້ານການສົ່ງເສີມການຕະຫຼາດແມ່ນສູງໃນອັນດັບຕົ້ນ ຂອງການໃຫ້ການບໍລິການແກ່ລູກຄ້າທີ່ເຂົ້າມາຊົມໃຊ້ສິນຄ້າຈາກບໍລິສັດ ແລະ ຂໍ້ທີ່ມີຄະແນນຕໍ່າສຸດຄື ອັດຕະຍາໄສ ຂອງພະນັກງານ ດ້ານກນບໍລິການທາງດ້ານວາລະສານ.

     5. ອະທິບາຍຜົນການວິໄຈ.
          ການອະທິບາຍຜົນການວິໄຈຄວາມເພິ່ງພໍໃຈ ຂອງລູກຄ້ານຕໍ່ສ່ວນປະສົມ ຂອງການຕະຫຼາດຂອງບໍລິສັດສະບູຝຸ່ນລາວກ່ຽວກັບການອະທິບາຍຕາມຈຸດສົ່ງ ແລະ ສົມມຸດຖານໃນການສຶກສາຄົ້ນຄວ້າດັ່ງນີ້
          1. ລະດັບຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ສ່ວນປະສົົມ ຂອງການຕະຫຼາດ.
              ຂອງບໍລິສັດສະບູຝຸ່ນລາວຜົນການວິໄຈໄດ້ພົບວ່າໂດຍສະພາຍລວມແມ່ນຢູ່ໃນລະດັບສູງປະກອບດ້ານ 4 ດ້ານຄື ດ້ານການໃຫ້ການບໍລິການ, ດ້ານອາຄານສະຖາທີ່, ດ້ານບຸກຄະລາກອນ, ແລະ ດ້ານການສົ່ງເສີມການຕະຫຼາດທັງນີ້ອາດເປັນມາຈາກເມື່ອລູກຄ້າເຂົ້າມາໃຊ້ບໍລິການ ສາມາດສຳຜັດໄດ້ເຖິງຄວາມອົບອຸ່ນ ແລະ ການເປັນກັນຂອງພະນັກງານທີ່ໄດ້ຜ່ານການຝືກຝົນແບບມືອາຊີບ ພ້ອມກັບບັນຍາກາດທີ່ໜ້າທີ່ເພິ່ງພໍໃຈທີ່ບໍລິສັດສະບູຝຸ່ນລາວ ແຫ່ງນີ້ໄວ້ຄອຍໃຫ້ບໍລິການທ່ານ ດ້ວຍຄວາມຍິນດີ ແລະ ຈິງໃຈ, ໃນຂະນະດຽ່ວກັນບໍລິສັດສະບູຝຸ່ນລາວ ຍັງມີຜະລິດຕະພັນທີ່ຫຼາຍທາງເລືອກທີ່ເໝາະສົມທຸກເພດ, ທຸກໄວ, ທຸກສາຂາອາຊີບ ເຊິ່ງສອດຄ່ອງກັບແນນຄິດ ຂອງລູກຄ້າທຸກຄົນ ໄດ້ໃຫ້ຄວາມໝາຍຄວາມເພິ່ງພໍໃຈໝາຍເຖິງຄວາມຮູ້ສືກທີ່ມັກ ຫຼື ພໍໃຈຂອງບຸກຄົນ ທີ່ມີອົງປະກອບ ແລະ ສ້າງສິ່ງຈູງໃຈໃນດ້ານຕ່າງໆ ແລະ ບຸກຄົນນັ້ນໄດ້ຮັບການຕອບສະໜອງຄວາມຕ້ອງການ ນອກຈາກນີ້ຍັງສອດຄ່ອງກັບພັກດີລະໄນພົງສະກອນ ໄດ້ສືກສາພຶດຕິກຳການມາໃຊ້ບໍລິການ ແລະ ຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ການບໍລິການຂອງບໍລິສັດສະບູຝຸ່ນລາວ ພົບວ່າຄວາມເພິ່ງ ຂອລູກຄ້າທີ່ມີຕໍ່ການບໍລິການ ຂອງບໍລິສັດສະບູຝຸ່ນລາວ ມີຄວາມເພິ່ງພໍໃຈໃນລະດັບສູງ ເມືອພິຈາລະນາແຕ່ລະດ້ານ ມີປະເດັນທີ່ໜ້າສົນໃຈນຳມາອະທິບາຍດັ່ງຕໍ່ໄປນີ້:
           1.1 ດ້ານການໃຫ້ບໍລິການ ພົບວ່າລູກຄ້າມີຄວາມເພິ່ງພໍໃຈ ຂອງລູກຄ້າຕໍ່ການບໍລິການ ຂອງບໍລິສັດສະບູຝຸ່ນລາວ ໂດຍລວມຢູ່ໃນລະດັບສູງ ແລ້ວ ເມື່ອພິຈາລະນາເປັນແຕ່ລະຂໍ້ແລ້ວພົບວ່າມີຄະແນນສະເລ່ຍສູງສຸດ ຄື: ບໍລິສັດສະບູຝຸ່ນລາວມີການພັດທະນາຮູບແບບການໃຫ້ບໍລິການ ທີ່ທັນສະໄໝ ສະເໜີທັງນີ້ເນື່ອງຈາກບໍລິສັດສະບູຝຸ່ນລາວ ໄດ້ມີຮູບແບບການບໍລິການທີ່ແຕກຕ່າງກັນອອກໄປ ເພື່ອເຮັດໃຫ້ການນຳໃຊ້ ຂອງລູກຄ້າໃຫ້ມີຄວາມອົບອຸ່ນ ເປັນກັນເອງ ແລະ ເປັນພິເສດໃນການໃຊ້ບໍລິການ ຂອງບໍລິສັດສະບູຝຸ່ນລາວ ໄດ້ນຳສະເໜີການບໍລິການຊັ້ນໜຶ່ງ ໄວໃຫ້ບໍລິການແກ່ລູກຄ້າມີເປົ້າໝາຍທີ່ຈະເຮັດໃຫ້ບໍລິສັດສະບູຝຸ່ນດັ່ງກ່າວ ກາຍເປັນບໍລິການທີ່ດີເລີດ ໃນຂົງເຂດທຸລະກິດ.
           1.2. ດ້ານອາຄານສະຖານທີ່ ພົບວ່າລູກຄ້າ ມີຄວາມເພິ່ງພໍໃຈຕໍ່ການບໍລິການ ຂອງບໍລິສັດສະບູຝຸ່ນລາວມີຄວາມສະດວກ ໃນການມາຊົົມໃຊ້ການບໍລິການ ແລະ ມີຄວາມເຊື່ອໝັ້ນ ຄວາມສະອາດ ຂອງສິນຄ້າດ້ານອາຄານສະຖານທີ່ ແມ່ນມີຄວາມສະດວກສະບາຍຕໍ່ການຂົນສົ່ງສິນຄ້າ.
           1.3. ດ້ານບຸກຄະລາກອນພົບວ່າ ລູກຄ້າມີຄວາມເພິ່ງພໍໃຈຕໍ່ສ່ວນປະສົມ ຂອງການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວ ໂດຍແມ່ນຢູ່ໃນລະດັບສູງພໍສົມຄວນທາງບໍລິສັດ ມີລົດ ແລະ ພະນັກງານພຽງພໍ ໃນການບໍລິການຈັດສົ່ງ.
           1.4. ດ້ານການສົ່ງເສີມທາງການຕະຫຼາດພົບວ່າລູກຄ້າມີຄວາມເພິ່ງພໍໃຈຕໍ່ສ່ວນປະສົມ ຂອງການຕະຫຼາດຂອງບໍລິສັດສະບູຝຸ່ນລາວ ໂດຍມີຄະແນນສູງສຸດແມ່ນການແມ່ນການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານເຕັກໂນໂລຊີ ດ້ານໜັງສືພິມ.
        2. ອະທິບາຍຜົນການວິໄຈ.
           2.1. ລະດັບຄວາມເພິ່ງພໍໃຈ ຂອງລູກຄ້າກ່ຽວກັບຄວາມເພິ່ງພໍໃຈ ກ່ຽວກັບການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວໂດຍລວມຢູ່ໃນລະດັບສູງປະກອບດ້ວຍ 4 ດ້ານຄື: ດ້ລານການບໍລິການ, ດ້ານອາຄານສະຖານທີ່, ດ້ານບຸກຄະລາກອນ, ແລະ ດ້ານການສົ່ງເສີມການຕະຫຼາດທັງນີ້ເນື່ອງຈາກລູກຄ້າເຂົ້າມາຊົມໃຊ້ສິນຄ້າຫຼາຍຂື້ນ.
           2.1.1. ດ້ານການໃຫ້ການບໍລິການພົບວ່າລູກຄ້າມີຄວາມເພິ່ງພໍໃຈ ຕໍ່ກັບສ່ວນປະສົມທາງການຕະຫຼາດຂອງບໍລິສັດສະບູຝຸ່ນລາວໂດຍຢູ່ໃນລະດັບສູງແລ້ວເມື່ອພິຈາລະນາເປັນແຕ່ລະຫົວຂໍ້ພົບວ່າມີການພັດທະນາສິນຄ້າຢ່າງຕໍ່ເນື່ອງ ແລະ ມີຫຼາຍຢ່າງກ່ວາເກົ່າ ເພື່ອເຮັດໃຫ້ລູກຄ້າມີຄວາມເພິ່ງພໍໃຈກັບສິນຄ້າມີເປົ່າໝາຍຢາກຂະຫຍາຍຕະຫຼາດໃຫ້ກ້ວາງຂວາງກ່ວາເກົ່າ.
           2.1.2. ດ້ານອາຄານສະຖານທີ່ ພົບວ່າລູກຄ້າມີຄວາມເພິ່ງພໍໃຈ ຕໍ່ສ່ວນປະສົມ ຂອງການຕະຫຼາດ ຂອງບໍລິສັດ ສະບູຝຸ່ນລາວ ເມື່ອພິຈາລະນາແລ້ວພົບວ່າ ຂໍ້ທີ່ມີຄະແນນສູງສຸດຄື: ສະຖານທີ່ຕັ້ງ ຂອງບໍລິສັດ ເປັນການຄ້າ ມີເນື້ອທີ່ກ້ວາງຂວາງມີຄວາມສະດວກສະບາຍ ໃນການໃຫ້າການບໍລິການ.
           2.1.3. ດ້ານບຸກຄະລາກອນພົບວ່າລູກຄ້າມີຄວາມເພິ່ງພໍໃຈຕໍ່ກັບສ່ວນປະສົມ ຂອງການຕະຫຼາດ ຂອງບໍລິສັດສະບູຝຸ່ນລາວໂດຍລວມລະດັບສູງສຸດ.








                                



ເອກະສານອ້າງອີງ

  ຂັນຕີ ເດດລາດຊະວົງ. 2008. ຄູ່ມືການຮຽນການສອນ: ບໍລິຫານການເງິນ.
(ໂຮງຮຽນເຕັກນິກແຂວງວຽງຈັນ)
ຄຳຊຽງ ທິບພະວົງ.2008. ຄູ່ມືການຮຽນການສອນ:ຫລັກການຕະຫລາດ.
(ໂຮງຮຽນເຕັກນິກແຂວງວຽງຈັນ)
ສອນໄຊ ຄູນທະວົງ. 2008. ຄູ່ມືການຮຽນການສອນ: ການເງິນທຸລະກິດ.
(ໂຮງຮຽນເຕັກນິກແຂວງວຽງຈັນ)
ດວງແສງປັນຍາ. 2007. ຄູ່ມືການຮຽນການສອນ: ພາວະການເປັນຜູ້ນຳ.
(ໂຮງຮຽນເຕັກນິກແຂວງວຽງຈັນ)
           ມະຫາວິທະຍາໄລແຫ່ງຊາດ. 2002. ສຶກສາສິ່ງແວດລ້ອມ. (ນະຄອນລວງວຽງຈັນ).
       ຫ້ອງວ່າການນະຄອນຫຼວງວຽງຈັນ. 2008.ແຜນພັດທະນາເສດຖະກິດ - ສັງຄົມ
ສົກປີ 2008-2009.
(ນະຄອນຫຼວງວຽງຈັນ).










No comments:

Post a Comment