Tuesday, May 13, 2014

ປະເທດລາວ



ບົດທີ 1
ປະເທດລາວ

1.ທີ່ຕັ້ງ ແລະ ເນື້ອທີ່ຂອງປະເທດລາວ.
   1.1. ທີ່ຕັ້ງຂອງປະເທດລາວ.
          ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງຢູ່ພາກພື້ນອາຊີອາຄະເນ ຕາເວັນອອກສຽງໃຕ້(ອາຊີອາຄະເນ) ແລະ ຕັ້ງຢູ່ໃຈກາງຂອງແຫຼມອິນດູຈີນ.
   ປະເທດລາວມີຊາຍແດນຕິດກັບ 5 ປະເທດຄື:
  + ພາກເໜືອຕິດກັບປະເທດຈີນ ມີຊາຍແດນຍາວ 505 ກມ.
+ ພາກໃຕ້ຕິດກັບປະເທດກຳປູເຈຍ ມີຊາຍແດນຍາວ 492 ກມ.
+ ພາກຕາເວັນຕົກຕິດກັບປະເທດໄທ ມີຊາຍແດນຍາວ 1,835 ກມ.
+ ພາກຕາເວັນອອກຕິດກັບປະເທດຫວຽດນາມ ມີຊາຍແດນຍາວ 2,069 ກມ.
+ ພາກຕາເວັນຕົກສຽງເໜືອຕິດກັບປະເທດມຽມາາ ມີຊາຍແດນຍາວ 236 ກມ.
Ø  ປະເທດລາວມີຊາຍແດນທັງໜົດຍາວ 5,137 ກມ ເປັນປະເທດດຽວໃນພາກພື້ນອາຊີອາຄະເນທີ່ບໍມີຊາຍແດນຕິດກັບທະເລ ໂດຍມີຈຸດໃຈກາງແມ່ນນະຄອນຫຼວງວຽງຈັນ.
    1.2. ເນື້ອທີ່ຂອງປະເທດລາວ.
            ປະເທດລາວຕັ້ງຢູ່ເຂດບົວໂມງທີ 7 ຂອງໂລກ, ມີເນື້ອທີ່ທັງໜົດຕັ້ງແຕ່ເໜືອຮອດໃຕ້ 236,800ກມ2 ເປັນປະເທດອັນດັບກາງຂອງໂລກ. ມີຮູບຮ່າງຍາວຢຽດຕາມລ່ວງຂອງເສັນແວງ.
   1.3. ປະຫວັດຄວາມເປັນມາຂອງລາວ.
          ປະເທດລາວເປັນຊື່ຂອງຂະບວນການປະຕິບັດລາວທີ່ເປັນພັນທະມິດກັບພັກກອມມູນິດຫວຽດນາມໃນສະມາຄົມອິນດູຈີນທຳອິດກຸ່ມນີ້ມີຄວາມສຳພັນກັບພັກກອມມູນິດຫວຽດນາມຕັ້ງແຕ່ ພ.ສ 2487 ກຳເນິດຂອງກຸ່ມນີ້ເລີ່ມຈາກການທີ່ເຈົ້າສຸພານຸວົງໄດ້ ຕໍ່ຕ້ານການຟື້ນຟູລັດທິຈັກກະພັດນິຍົມຂອງຝຮັ່ງເສດ ຈົນຕ້ອງເຂົ້າມາລີ້ໄຟໃນໄທ ແລະ ອອກໄປຫວຽດນາມເມື່ອ ພ.ສ 2492 ເມື່ອມີການປະນີປະນອມລະຫວ່າງ ກຸ່ມຊາດນິຍົມລາວກັບຝຮັ່ງເສດ ເມື່ອ ພ.ສ 2493 ເຈົ້າສຸພານຸວົງຈຶ່ງຈັດຕັ້ງສະມັດຊາຕໍ່ຕ້ານຂຶ້ນທີ່ແນວຊາຍແດນຫວຽດນາມ ແລະ ຕັ້ງກຸ່ມຕໍ່ຕ້ານລັດທະບານແຫ່ງຊາດທີ່ເປັນທີ່ຮູ້ຈັກກັນທົ່ວໄປໃນຊື່ປະເທດລາວ.ກຸ່ມປະເທດລາວຖືກປະຕິເສດບໍ່ໃຫ້ເຂົ້າຮ່ວມການປະຊຸມເພື່ອເຮັດຂໍ້ຕົກລົງເຈລະຈາວາດ້ວຍອິນໂດຈີນໃນ ພ.ສ 2497 ຫລັງຈາກນັ້ນກຸ່ມນີ້ໄດ້ກໍ່ຕັ້ງ ແນວລາວຮັກຊາດ ເປັນແນວຮ່ວມຂອງ ພັກປະຕິວັດປະຊາຊົນລາວ ຫຼື ພັກກອມມູນິດ ແລະ ຍັງເປັນຊື່ເອີ້ນຂອງຂະຂວນການປະຕິວັດທີ່ຍຶດອຳນາດໄດ້ເດັດຂາດເມື່ອເດືອນ 12 ພ.ສ 2518.




 2. ຮູບແບບພູມສັນຖານ.
     2.1. ພູ ແລະ ສາຍພູ.
              ພູ ແລະ ພູພຽງກວມເອົາ 80% ຂອງເນື້ອທີ່ທົ່ວປະເທດ, ໃນນັນ 30% ແມ່ນພູສູງກ່ວາໝູ່, 50% ແມ່ນພູ ແລະ ພູພຽງ, ປະເທດລາວມີພູສັນຫຼາຍກ່ວາໝູ່ແມ່ນຢູ່ພາກເໜືອ ແລະ ພາກຕາເວັນອອກ ປະເທດລາວມີຈອມພູສູງຫຼາຍໜ່ວຍເຊັ່ນ: ພູເບ້ຍ, ພູຊາວ, ພູໝ້ຽງ, ພູຊ້າງ ແລະ ຍັງມີສາຍພູທີ່ຍາວ ແລະ ກ້ວາງເຊັ່ນ: ສາຍພູຫຼວງແກ່ຍາວແຕ່ຊາຍແດນລາວຈົນຮອດປະເທດຫວຽດນາມ ,ສາຍພູນາກາຍ,ສາຍພູເບ້ຍ,ສາຍພູເຂົາຄວາຍ.
     2.2. ທົ່ງພຽງ.
            ປະເທດລາວມີທົ່ງພຽງທີ່ໃຫ່ຍກ່ວາໝູ່ທີ່ສຸດແມ່ນມີຢູ່ 3 ທົ່ງພຽງຄື:
           1. ທົ່ງພຽງວຽງຈັນ ມີຮູບຮ່າງເປັນ 3 ຫຼ່ຽມ, ມີເນື້ອທີ່ກ້ວາງປະມານ 400,000 ເຮັກຕາ.
            2. ທົ່ງພຽງສະຫວັນນະເຂດ: ເປັນທົ່ງພຽງທີ່ຢູ່ໃນລະດັບສູງສະເລ່ຍ 300 ມ, ເປັນທົ່ງພຽງທີ່ກ້ວາງ
ກ່ວາໝູ່ ຢູ່ໃນປະເທດລາວ ເຊິ່ງມີເນື້ອທີ່ກ້ວາງປະມານ 1,260,000 ເຮັກຕາ.
            3. ທົ່ງພຽງຈໍາປາສັກ: ເປັນທົ່ງພຽງອັນດັບ 2 ຂອງລາວເຊິ່ງມີເນື້ອທີ່ປະມານ 500,000 ເຮັກຕາ.
     2.3. ລະດູການ.
             ປະເທດລາວຈະມີ 2 ລະດູຄື:
             1. ລະດູແລ້ງ: ເລີ່ມແຕ່ເດືອນຕຸລາ ຫາ ເດືອນ ເມສາ, ເປັນລະດູທີ່ທ້ອງຟ້າແຈ່ມໃສ, ປະລິມານແສງແດດຫຼາຍ, ບາງຂົງເຂດກໍ່ມີອຸນຫະພູມຕໍ່າ. ໃນລະດູແລ້ງນີ້ພູມອາກາດຂອງແຕ່ລະທ້ອງຖິ້ນມີຄວາມແຕກຕ່າງກັນ.
            2. ລະດູຝົນ: ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນຕຸລາ ມີບາງເຂດໃນລະດູມີປະກົດການຟ້າຄະນອງທີ່ມີທັງລົມ, ຝົນ, ຟ້າແມບ ຢ່າງຮຸນແຮງ.

3. ເສດຖະກິດຂອງປະເທດລາວ.
     3.1. ສະພາບເສດຖະກິດປີ 2013.
             ເສດທະກິດ ສປປ ລາວ ໃນປີ 2013 ຂະຫຍາຍຕົວຮ້ອຍລະ 8.5 ເພີ່ມຂື້ນຈາກປີ 2012  ທີ່ຂະຫຍາຍຕົວຮ້ອຍລະ 8.0 ຕາມການຂະຫຍາຍຕົວທີ່ແຂງແກ່ນຂອງເຂດອຸດສາຫະກຳການຜະລິດໄຟຟ້າພະລັງນ້ຳ ການກໍ່ສ້າງ ການແປຮູບອາຫານ ແລະ ການບໍລິການເປັນຕົ້ນ ທັ້ງນີ້ ຊັບພະຍາກອນທຳມະຊາດ ລວມທັງປ່າໄມ້ກໍ່ເພີ່ມຂື້ນຂອງເຂື່ອນໄຟຟ້າພະລັງງານນ້ຳ ແລະ ຊັບພະຍາກອນແຮ່ທາດ ຍັງຄົງປັດໃຈຫລັກໃນການສະນັບສະໜູນເສດທະກິດຂອງປະເທດ ໂດຍລັດຖະບານມີເປົ້າໝາຍທີ່ຈະໃຊ້ປະໂຫຍດຈາກຊັບພະຍາກອນທຳມະຊາດດັ່ງກ່າວ ເປັນຕົວຂັບເຄື່ອນການພັດທະນາເສດທະກິດ ແລະ ສັງຄົມຜ່ານການເຂົ້າມາລົງທືນໂດຍຕົງຈາກຕ່າງປະເທດ ( FDI ). ສຳລັບອັດຕາເງິນເຟີຂອງ ສປປ ລາວໃນປີ 2013 ຢູູ່ທີ່ລະ 4.3 ຫຼຸດລົງຈາກປີກ່ອນ ເຊິ່ງສູງກ່ວາຮ້ອຍລະ 7.6 ເນື່ອງຈາກລາຄາອາຫານ ໂດຍສະເພາະຊີ້ນສັດ ແລະ ຜັກທີ່ລາຄາຍັງສູງຕາມຄວາມຕ້ອງການບໍລິໂພກພາຍໃນປະເທດ ທີ່ເພີ່ມສູງຂື້ນ ໃນຂະນະທີ່ປະລິມານການຜະລິດໃນປະເທດຍັງບໍ່ພຽງພໍ.ການຄ້າຕ່າງປະເທດ ການສົ່ງອອກຂອງ ສປປ ລາວໃນປີ 2013 ຄາດວ່າມີມູນຄ່າ 2,727 ລ້ານດອນລາສະຫະລັດ ຂະຫຍາຍຕົວຮ້ອຍລະ 8.5 ຕາມການສົ່ງອອກລິນແຮ່ໂດຍສະເພາະທອງແດງ ແລະ ການສົ່ງອອກໄຟຟ້າເປັນຕົ້ນ. ຂະນະທີ່ການນຳເຂົ້າຄາດວ່າຈະມີມູນຄ່າ 5,202 ລ້ານດອນລາສະຫະລັດ ເພີ່ມຂື້ນຮ້ອຍລະ 16.0 ຕາມການຂະຫຍາຍຕົວຂອງເສດຖະກິດ ຈາກການນຳເຂົ້າສິນຄ້າທືນເພື່ອນຳມາໃຊ້ໃນການກໍ່ສ້າງຢ່າງຕໍ່ເນື່ອງ ເມື່ອລວມກັບການບໍລິການ ແລະ ລາຍໄດ້ທີ່ຄາດວ່າຈະເກີນດຸ່ນພຽງເລັກນ້ອຍ ສົ່ງຜົນໃຫ້ດຸນບັນຊີຂອງປະເທດຍັງຄົງຄາດດຸນຕໍ່ເນື່ອງ.ດ້ານເງິນທືນໄຫຼເຂົ້າສຸດທິຄາດວ່າຈະເກີນດຸນ 1,399 ລ້ານດອນລາສະຫະລັດ ເປັນການລົງທືນຈາກຕ່າງປະເທດ ທີ່ນຳມາລົງທືນໃນການສ້າງເຄື່ອນໄຟຟ້າພະລັງນ້ຳທີ່ສຳຄັນ.ພາກການທະນາຄານ ຍັງຄົງຂະຫຍາຍຕົວດີ ໂດຍໜີ້ສິນ ປີ2013 ມີຈໍານວນທະນາຄານທັງໝົດ 31 ແຫ່ງ ແລະ ສຳນັກງານຕົວແທນ 1 ແຫ່ງ ຍອດຊັບສິນລວມ ເງິນຝາກ ແລະ ການປ່ອຍສິນເຊື່ອເພີ່ມຂື້ນເມື່ອທຽບກັບໜີ້ສິນ ໂດຍຍອດຊັບສິນລວມ ເພີ່ມຂື້ນຮ້ອຍລະ 31.2 ຍອດເງິນຝາກລວມເພີ່ມຂື້ນຮ້ອຍລະ 30.7 ການປ່ອຍສິນເຊື່ອລວມເພີ່ມຂື້ນຮ້ອຍລະ 51.7 ແລະ ມີສິນເຊື່ອດ້ວຍຄຸນນະພາຍ ( NPL ) ຮ້ອຍລະ 3.7 ຂອງສິນເຊື່ອລວມ.ດ້ານຄ່າເງິນກີບຂອງ ສປປ ລາວ ພົບວ່າໃນປີ 2013 ຄ່າເງິນກີບແຂງຄ່າຂື້ນເລັກນ້ອຍເມື່ອທຽບກັບເງິນດອນລາສະຫະລັດ ແຕ່ອ່ອນຄ່າລົງເມື່ອທຽບກັບເງິນບາດ ໂດຍໜີ້ສິນ ປີ2013 ຢູ່ທີ່ 7,989.03 ກີບຕໍ່ດອນລາສະຫະລັດ ແລະ 260.92 ກີບຕໍ່ບາດທຽບກັບ 8,023.82 ກີບຕໍ່ດອນລາສະຫະລັດ. ແລະ 253.64 ກີບຕໍ່ບາດໃນປີ2013.ທະນາຄານແຫ່ງ ສປປ ລາວ ໄດ້ດໍາເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກການຕະຫຼາດທີ່ມີການຄຸ້ມຄອງໂດຍມີການກໍານົດອັດຕາແລກປ່ຽນອ້າງອີງໃນແຕ່ລະວັນ ເພື່ອໃຫ້ທະນາຄານທຸລະກິດໃນປະເທດໄດ້ກຳນົດອັດຕາຊື້ - ຂາຍ ຂອງຕົນຊຶ່ງຈະຕ້ອງຢູ່ໃນລະດັບ +/- 0,25 % ຂອງອັດຕາແລກປ່ຽນອ້າງອີງ ແລະ ຈະເຂົ້າແຊກແຊງຕະຫຼາດເມື່ອເຫັນວ່າມີຄວາມຈໍາເປັນ ປະຈຸບັນມີການຜ່ອນຄາຍກ່ຽວກັບການຊື້-ຂາຍ ເງິນຕຮາຕ່າງປະເທດ ໂດຍບໍ່ຮຽກຮ້ອງເອກະສາານປະກອບ ແລະ ບໍ່ມີການຈຳກັດຈຳນວນແລກປ່ຽນ ນອກຈາກນີ້ ຍັງມີການສົ່ງເສີມໃຫ້ຂະຫຍາຍຮ້ານແລກປ່ຽນເງິນໃຫ້ກວ້າງຂວາງເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ພ້ອມທັງສ້າງຄວາມເຊື່ອໜັ້ນຕໍ່ຄ່າເງິນກີບ ແລະ ລະບົບທະນາຄານ.
     3.2. ເສດຖະກິດຂອງລາວໃນປະຈຸບັນ.
        ເສດຖະກິດຂອງປະເທດລາວມາຮອດປະຈຸບັນໄດ້ມີການຂະຫຼຍາຍຕົວຢ່າງວ່ອງໄວເພາະວ່າປະເທດລາວເປັນປະເທດໜື່ງທີ່ຢູ່ໃນ11 ປະເທດອາຊຽນ ແລະ ມີການລົງທຸນລະນາດໃຫ່ຍຈາກຕ່າງປະເທດຫຼາຍຂື້ນ ໂດຍສະເພາະແມ່ນການກໍ່ສ້າງເຂືອນໄຟຟ້າຂອງໂຄງການ ຕ່າງປະເທດທີ່ຮ່ວມມື້ກັບປະເທດລາວ ແລະໂຄງການກໍ່ສ້າງຕ່າງໂດຍການຮ່ວມມື້ກັນລະຫວ່າງລາວກັບຕ່າງປະເທດ ,ການຂະຫຍາຍເສັນທາງຄົມມະນາຄົມ,ໂຄງການຊ່ວຍເຫຼືອຫຼ້າຈາກຕ່າງປະເທດ.
      ມາຮອດປະຈຸບັນລັດທະບານລາວໄດ້ເປີດກ້ວາງ ແລະ ຫັນປ່ຽບເສດຖະກິດທຳມະຊາດ, ເຄິ່ງທຳມະຊາດກ້າວຂື້ນສູ້ເສດຖະກິດສິນຄ້າ ແລະ ການຕະຫຼາດໂດຍໄດ້ກຳນົດທິດທາງດັ່ງນີ້:
           1. ຫັນເສດຖະກິດທຳມະຊາດ ກ້າວສູ້ເສດຖະກິດສິນຄ້າ ໂດຍເລີ່ມຈາກການຂະຫຍາຍເສດຖະກິດກະສິກຳແຕ່ກ່ອນເຄີຍເຮັດພຽງກຸ່ມຢູ່ກຸ່ມກິນ ເລີ່ມພັັດທະນາເຮັດໃຫ້ຫຼາຍຂື້ນເພື່ອຈະໄດ້ໄປຂາຍສູ້ຕະຫຼາດ.
          2. ເປີດກ້ວາງການພົວພັນຮ່ວມມືກັບຕ່າງປະເທດແນ່ໃສ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.
          3. ນຳໃຊ້ຊັບພະຍາກອນໃນປະເທດໃນເກີດຜົນປະໂຫຍດຕໍ່ປະເທດຊາດ ແລະ ທຸກຄົນພາຍໃນຊາດ.
         4. ມີການສົ່ງເສີ່ມຈາກລັດທະບານໃນດ້ານອຸດສາຫະກໍາ.
          5. ພັດທະນາຊັບພະຍາກອນມະນຸດ ຮັບໃຊ້ແກ່ການພັດທະນາປະເທດຊາດ, ໂດຍການ ຍົກລະດັບຄວາມຮູ້ຄວາມສາມາດຂອງຄົນລາວໃຫ້ເທົ່າກັບສາກົນ, ສົ່ງເສີ່ມການປະກອບອາຊີບ, ພັດທະນາການສຶກສາ.

 4. ເສັ້ນທາງຄົມມະນາຄົມ.
      ປະເທດລາວເປັນປະເທດກຳລັງພັດທະນາການຂະຫຍາຍຕົວທາງດ້ານເສດຖະກິດກໍຍັບງຕໍ່າ,ບັນດາເສັ້ນທາງທີ່ໄດ້ຮັບການກໍ່ສ້າງສ່ວນຫຼາຍແມ່ນເສັ້ນທາງທີ່ຮັບໃຊ້ການຂົນສິນຄ້າເຂົ້າ ແລະ ສົ່ງອອກເທົ່ານັ້ນສະນັ້ນລັດທະບານລາວຈຶ່ງໄດ້ເປີດກ້ວາງໃຫ້ຕ່າງປະເທດໄດ້ເຂົ້າມາທຳທຸລະກິດໃນປະເທດລາວ ສິນຄ້າແລະເສດຖະກິດຂອງລາວຍັງນັບວ່າການຂະຫຍາຍຕົວທ່າທຽບໃສ່ປະເທດອື້່ນຍັງຖືວ່າເສຍປຽບຢູ່ເພາະວ່າ.
      1. ປະເທດລາວເປັນປະເທດທີ່່ບໍມີເສັ້ນທາງອອກສູ້ທະເລ;
      2. ປະເທດລາວຍັງຢູ່ໃນປະເທດກຳລັງພັດທະນາ;
      3. ປະເທດລາວຍັງບໍສາມາດພະລິດເຄື່ອງເຕັກໂນໂລຢີທີ່ທັນສະໄໝໄດ້ຄືກັບຕ່າງປະເທດ;
      4. ປະຊາກອນຂອງປະເທດລາວຍັງດ້ອຍການການກືກໜັງສື ການພັດທະນາຍັງບໍທົ່ວເຖີງ.
   4.1. ສິນຄ້າທີ່ປະເທດລາວໄດ້ນຳເຂົ້າມາຈາກຕ່າງປະເທດມີ.
         1. ສິນຄ້າປະເພດອາຫານກະປ໋ອງສຳເລັດຮູບໄດ້ແກ່: ໜີ່ໄວ້ໄວ້, ປາກະປອງ , ອາຫານໄກ່ ,ອາຫານໝູ່ ,ອາຫານແມ່ວ ແລະ ອື່ນໆອີກຫຼາຍຢ່າງ.
          2. ສິນຄ້າປະເພດເຄື່ອງດື່ມໄດ້ແກ່: ເຫຼົ້າ,ວາຍ, ເຄື່ອງດື່ມໜາກໄມ້ບາງຊະນິດ,ເຄື່ອງດື່ມ M 150 ,ກະທິງແດງ ແລະ ອື່ນໆ.
         3. ສິນຄ້າປະເພດຮັບໃຊ້ຄົວເຮືອນໄດ້ແກ່: ນໍ້າປາ, ນໍ້າສະອິວ, ນໍ້າຊ໋ອດ, ແປ້ງນົວ,ນໍ້າຢາປັບຜ້ານຸ່ມ, ນໍ້າຢາລ້າງຫ້ອງນຳ້,
         4. ປະເພດເຄື່ອງໄຟຟ້າໄດ້ແກ່ : ໝໍກະທະ, ໝໍຕົມນໍ້າຮອນ, ເຕົ່າລີດ, ໂທລະສັບ, ຄອມພິວເຕີ ແລະ ອື່ນໆ.
         5. ເຄື່ອງຈັກອຸດສາຫະກຳໜັກເບົ່າເຊັ່ນ: ລົດຈັກ, ລົດໃຫ່ຍ, ລົດໄຖນາ, ແລະ ອື່ນໆ.
         6. ເຄື່ອງຜ້າໄໝ ແຜນແຜ່.
         7. ເຄື່ອງປະດັບ.
         8. ເຄື່ອງຮັບຮັບໄຟຟ້າ.
         9. ເຄື່ອມື້ເຕັກໂນໂລຢີ.
         10. ສານເຄມີ.
         11.  ນໍ້າມັນ.
  4.2. ສິນຄ້າທີ່ສົ່ງອອກຂອງປະເທດລາວສູ້ຕ່າງປະເທດ.
        1. ຊັບພະຍາກອນທຳມະຊາດ;
        2. ໄຟຟ້າ;
        3. ໄມ້;
        4. ກາເຟ.
        
5. ປະເພນີຂອງຊາດລາວ.
    5.1. ຮິດສິບສອງຄອງສິບສີ່.
           ແມ່ນປະເພນີການທຳບຸນກິນທານໃນ 12 ເດືອນ ເປັນປະເພນີ ທີ່ປະຕິມາແຕ່ສະໄໝບູຮານນະການ ປະເພນີນີ້ມີວິວັດທະນາການຕາມຍຸກຕາມສະໄໝ ປະຈຸບັນ ພັກ ແລະ ລັດເຮົາໄດ້ຮຽກຮ້ອງໃຫ້ມີການອະນຸລັກ ແລະ ປົກປັກຮັກສາຮິດຄອງປະເພນີອັນດີງາມ ລົບລ້າງການເຊື່ອຖືແບບງົມງວຍ ທີ່ຈ່ອງດຶງຄວາມຈະເລີນກ້າວໜ້າຂອງປະເທດຊາດ.
          ເດືອນ 1: (ເດືອນຈຽງ)  ບຸກກິນຈຽງ
          ເດືອນ 2: (ເດືອນຍີ່)  ບຸນຄູນເຂົ້າ
          ເດືອນ 3: ບຸນມາຄະບູຊາ
          ເດືອນ 4: ບຸນພະເຫວດ
          ເດືອນ 5: ບຸນປີໃໝ່
          ເດືອນ 6: ບຸນວິສາຂະບູຊາ
          ເດືອນ 7: ບຸນສືບຊາຕາບ້ານເມືອງ
          ເດືອນ 8: ບຸນເຂົ້າພັນສາ
          ເດືອນ 9: ບຸນເຂົ້າປະດັບດິນ
          ເດືອນ 10: ບຸນເຂົ້າສະຫຼາກ
          ເດືອນ 11: ບຸນອອກພັນສາ ຫຼື ປະວໍຣະນາ
          ເດືອນ 12: ບຸນໄຫ້ວພະທາດຫຼວງ
          ນອກຈາກບຸນ 12 ເດືອນແລ້ວ ຍັງມີບຸນອີກຫຼາຍປະເພດເຊັ່ນ: ບຸນຂື້ນເຮືອນໃໝ່, ສູ່ຂວັນເດັກເກີດໃໝ່, ບຸນກອງບວດ, ບຸນກອງຫົດ, ບຸນແຈກຈັ່ງຫັນເຮືອນ(ສັງຄະທານ) ພິທີສູ່ຂວັນບາສີ, ບຸນວັນເກີດ ບຸນອື່ນໆ ເຊິ່ງມີທັງບຸນພຸດທະສາດສະໜາ ແລະ ຕາມປະເພນີພາມທີ່ພວກເຮົາຍັງໄດ້ຮັກສາໄວ
    5.2ການນຸ່ງຖືຂອງຄົນລາວ.
          ການນຸ່ງຖືຂອງແມ່ຍິງລາວ ແມ່ນນຸ່ງສິ້ນມີຫົວ ມີຕີນ ນຸ່ງເສື້ອແຂນສັ້ນ ຫຼື ແຂນຍາວ ບ່ຽງແພ ເກົ້າຜົມ.
           1. ການນຸ່ງຖືຂອງຊາຍລາວແມ່ນ: ນຸ່ງຜ້າສະໂຫຼ້ງ (ຄ້າຍຄືຜູ້ຊາຍພະມ້າ) ໃສ່ເສື້ອຂາວ ຫຼື ເສື້ອໝໍ້ນິນ ແລະ ມີຜ້າຂະມ້າ(ແພອີໂອ)ມັດຢູ່ແອວເວລາໄປງານບຸນປະເພນີຕ່າງໆ ໄປວັດໄປວາ ພິທີງານຕ່າງໆ ເຊັ່ນ: ບຸນຕັກບາດ ທາດຫຼວງ, ບຸນພະເຫວດ, ງານກິນດອງ.
           2. ການນຸ່ງຖືຂອແມ່ຍິງລາວ: ແມ່ຍິງລາວຂອງລາວຕ້ອງເກົ້າຜົນ,ບຽງແພ່,ຜົມດໍາ ການນຸ່ງຖືຂອງແມ່ຍິງຂອງລາວແມ່ນຈະຄ້າຍຄືກັນກັບປະເທດບ້ານອ້າຍເມືອງນ້ອງຄື: ປະເທດໄທ.

No comments:

Post a Comment