Tuesday, May 13, 2014


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ  ເອກະລາດ  ປະຊາທິປະໄຕ  ເອກະພາບ  ວັດທະນາຖາວອນ
-----===00===------
ແຂວງວຽງຈັນ                                                                                                ເລກທີ 162/ອຍກ
ອົງການໄອຍະການປະຊາຊົນ                                                                          ລົງວັນທີ 12/2/2013                                                    
                                                                           
ຂໍ້ຕົກລົງ
ຂອງຫົວໜ້າຫ້ອງການສານປະຊາຊົນ ແຂວງວຽງຈັນ
ວ່າດ້ວຍການແຕ່ງຕັ້ງພະນັກງານລົງກວດກາການຈັກຕັ້ງປະຕິບັດ
ງົບປະມານຂອງໄອຍາການສານປະຊາຊົນ ເຂດ ເດືອນ 6 ຕົ້ນປີ ສົກປີ 2012-2013

-       ອີງຕາມ ການເຄື່ອນໄຫວວຽກງານງົບປະມານລາຍຮັບ-ລາຍຈ່າຍ 6 ເດືອນຕົ້ນປີຂອງອົງການໄອຍາການສານປະຊາຊົນ ສະບົບເລກ 162/ອຍກ ລົງວັນທີ 12/2/2013
-       ອີງຕາມ ການຕົົກລົງເຫັນດີຂອງຄະນະນຳອົງການໄອຍາການສານປະຊາຊົນ ຄັ້ງວັນທີ 4/2/2013

ຫົວໜ້າອົງການໄອຍາການປະຊາຊົນ ແຂວງວຽງຈັນ
ມາດຕາ 1 ແຕ່ງຕັ້ງພະນັກງານລົງຕິດຕາມການກວດກາຈັດຕັ້ງປະຕິບັດວຽກງານລາຍຮັບ-ລາຍຈ່າຍງົບປະມານ 6 ເດືອນ ຕົ້ນປີ ແລະ ມອບຄອມພິວເຕີໃຫ້ອົງການໄອຍາການສານປະຊາຊົນ ເຂດ
ມາດຕາ 2 ມອບໃຫ້ຫົວໜ້າຫ້ອງການ-ການເງິນ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມແຜນການທີ່ວ່າງໄວ້ຢ່າງເຂັ້ມງວດ
ມາດຕາ 3 ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ແລະ ນຳໃຊ້ໄດ້ມື້ລົງລາຍເຊັນນີ້ເປັນຕົ້ນໄປ
                                                               
                                                                   ຫົວໜ້າອົງການໄອຍາການປະຊາຊົນ ແຂວງວຽງຈັນ





ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ  ເອກະລາດ  ປະຊາທິປະໄຕ  ເອກະພາບ  ວັດທະນາຖາວອນ
-----===00===------
ເມືອງວັງວຽງ                                                                                                      ເລກທີ 185
ຫ້ອງການພາຍໃນ                                                                              ທີ່ ວັງວຽງ  ວັນທີ 11/5/2013
ແຈ້ງການ
ເຖິງ: ບັນດາອົງການ, ຫ້ອງການຂັ້ນເມືອງ ທົ່ວເມືອງ
                                   ເລື່ອງ: ການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນ, ສະຖິຕິລັດຖະກອນປະຈຳສົກປີ 2013-2014 ແລະ ຂັ້ນແຜນຄວາມຕ້ອງການລັດຖະກອນໃໝ່ໃນສົກປີ 2014-2015
-       ອີງຕາມ : ດຳລັດສະບັບເລກທີ 82/ນຍ, ລົງວັນທີ 19 ພຶດສະພາ 2003 ວ່າດ້ວຍລັດຖະກອນແຫ່ງ ສປປ ລາວ
-       ອີງຕາມ : ແຈ້ງການຂອງ ພະແນກພາຍໃນ ແຂວວຽງຈັນ ສະບັບເລກທີ 62/ ພພນ, ວຈ, ລົງວັນທີ 10 ທັນວາ 2013, ກ່ຽວກັບການກໍາສະທີຕິລັດຖະກອນ ປະຈໍາປີ 2013-2014 ແລະ ຂື້ນແຜນຄວາມຕ້ອງການລັດຖະກອນໃໝ່ ໃນສົກປີ 2014-2015
        ຫ້ອງການພາຍໃນເມືອງວັງວຽງຂໍ້ຖືເປັນກຽດ, ແຈ້ງມາຍັງບັນດາອົງການຂັ້ນເມືອງ, ຫ້ອງການຂັ້ນເມືອງ ທົ່ວເມືອງວັງວຽງ (28 ຫ້ອງການ) ຊາບວ່າ: ໃຫ້ລາຍງານສະພາບການຄຸ້ມຄອງລັດຖະກອນປະຈໍາສົກປີ 2013-2014 ແລະ ຂື້ນແຜນຕ້ອງການພະນັກງານໃໝ່ ໃນສົກປີ 2014-2015, ແລ້ວນໍາສົ່ງໃຫ້ຫ້ອງການພາຍໃນເມືອງວັງວຽງ
     (ບໍ່ໃຫ້ກາຍວັນທີ 24​ ມັງກອນ 2014)
    ດັ່ງນັ້ນຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ຊັດເຈນ, ພ້ອມທັງສັງລວມໃຫ້ທັນກຳນົດມາລານັ້ນດ້ວຍ


                                                                   ຫົວໜ້າຫ້ອງການພາຍໃນ ເມືອງວັງວຽງ

ໝາຍເຫດ                                                                
-       ກຳນົດສົ່ງບໍ່ໃຫ້ກາຍວັນທີ 24​ ມັງກອນ 2014
-       ສອບຖາມຂໍ້ມູນ ຫ້ອງການພາຍໃນ ເມືອງວັງວຽງ
-       ຫົວງານຄຸ້ມຄອງລັດຖະກອນ

ສາທາລະ​ນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ
ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນາ​ຖາວອນ
–––&———

ໃບ​ສະ​ເໜີ
ຮຽນ: ທ່ານ ຜູ້ອຳ​ນວຍ​ການ ວິທະຍາ​ໄລ​ເຕັກນິກ​ແຂວງ​ວຽງ​ຈັນ
​ເລື່ອງ: ຂໍ​ເຄື່ອງ​ຮັບ​​ໃຊ້​ຫ້ອງການ ​ແລະ ອຸປະກອນ​ທີ່​ໃຊ້​ໝົດ​ແລ້ວ
ອີງ​ຕາມ: ຄວາມ​ຈຳ​ເປັນ​ທາງ​ຫ້ອງການ​ຕ້ອງ​ນຳ​ໃຊ້​ອຸປະກອນ
        ຂ້າພະ​ເຈົ້າ ມີໜ້າ​ທີ່​ຮັບຜິດຊອບ ກ່ຽວກັບການບໍລິຫານຫ້ອງການ ວິທະຍາ​ໄລ​ເຕັກນິກ ​ແຂວງ​ວຽງ​ຈັນ ສາຂາ​ວັງ​ວຽງ ມີ​ຈຸດປະສົງ​ສະ​ເໜີ​ຕໍ່​ທ່ານ ​ເພື່ອ​ຂໍ​ອຸປະກອນ​ຮັບ​ໃຊ້​ຫ້ອງການ ​ແລະ ​ຕູ້ບ່ອນ​ໄວ້​ເກີບ​ຂອງ​ຫ້ອງ​ຄອມ ​ເພື່ອ​ຄວາມ​ເປັນລະບຽບ​ຮຽບຮ້ອຍ​ເຊິ່ງມີ​ລາຍ​ລະອຽດ​ດັ່ງ​ນີ້:
-        ນ້ຳ​ໝຶກ​ປິນ​ເຕີ​ສີ ຢີ່ຫໍ່​ ​​Canon  ຈຳນວນ 1 ຊຸດ.
-        ນ້ຳໝຶກ​ປິນ​ເຕີ​ຂາວ​ດຳ ຢີ່ຫໍ່ ​Canon  ຈຳນວນ 1 ຊຸດ.
-        ຕູ້​ບ່ອນ​ໄວ້​ເກີບ​ຫ້ອງ​ຄອມ​ພິວ​ເຕີ ຈຳນວນ 1 ໜ່ວຍ.
-        ອຸປະກອນ computer ຈຳນວນ 1 ຊຸດ
ດັ່ງ​ນັ້ນ ຈຶ່ງ​ໄດ້​ສະ​ເໜີ​ມາ​ຍັງ​ທ່ານ ພິຈາລະນາ ​ແລະ ​ແກ້​ໄຂ​ດ້ວຍ.

                        ຮຽນ​ມາ​ດ້ວຍ​ຄວາມ​ເຂົ້າ​ລົບ​ເປັນ​ຢ່າງ​ສູງ

                      ທີ່​ວິທະຍາ​ໄລ​ເຕັກນິກ​ແຂວງ​ວຽງ​ຈັນ
                                                 ສາ​ຂາ​​ເມືອງວັງ​ວຽງ ວັນ​ທີ.12 .2 2013.

 ຫົວໜ້າ​ວິຊາ​ການ     ພາ​ກວິຊາ​ບໍລິຫານ​ທຸລະ​ກິດ      ຜູ້​ຮັບຜິດຊອບ​ສາຂາ​ວັງ​ວຽງ     ຜູ້​ສະ​ເໜີ


ຜູ້ອຳ​ນວຍ​ການ         ຫົວໜ້າ​ບໍລິ​ຫານ



No comments:

Post a Comment